(ພາບປະກອບ)
(vovworld) - ວັນທີ 14/02 ນ້ຳມັນດິບ 4 ລ້ານຖັງຂອງ ອີຣານ ຈະຖືກສົ່ງໄປ ເອີລົບ ແລະ ນີ້ຈະແມ່ນສິນຄ້າຖ້ຽວທຳອິດ ຊຶ່ງ Tehran ສົ່ງໄປຍັງ ເອີລົບ ນັບແຕ່ເມື່ອບັນດາຄຳສັ່ງລົງໂທດໃສ່ປະເທດນີ້ ຖືກຍົກເລີກ ເມື່ອຂໍ້ຕົກລົງນິວເຄຼຍມີຜົນສັກສິດໃນກາງເດືອນ 1 ຜ່ານມາ. ວັນທີ 13/02, ສຳນັກຂ່າວສານ Shana ຂອງ ອີຣານ ໄດ້ຄັດຄຳເວົ້າຂອງທ່ານ Rokneddin Javadi ຜູ້ອຳນວຍການບໍລິສັດນ້ຳມັນອາຍແກັສ ໃຫ້ຮູ້ວ່າ: ນ້ຳມັນຈຳນວນດັ່ງກາວ ໄດ້ຂາຍໃຫ້ບັນດາຄູ່ຮ່ວມມືຢູ່ 3 ປະເທດແມ່ນ ຝະລັ່ງ, ລັດເຊຍ ແລະ ແອັດສະປາຍ, ໃນນັ້ນ ກຸ່ມບໍລິສັດນ້ຳມັນອາຍແກັສ Total ຂອງ ຝະລັ່ງ ຊື້ 2 ລ້ານຖັງ. ນີ້ແມ່ນສິນຄ້າສົ່ງອອກນ້ຳມັນດິບຖ້ຽວທຳອິດຂອງ ອີຣານ ໄປຍັງ ເອີລົບ ນັບແຕ່ເມື່ອຂໍ້ຕົກລົງນິວເຄຼຍລະຫວ່າງປະເທດນີ້ ແລະ ກຸ່ມ P5+1 (ລວມມີ: ລັດເຊຍ, ອາເມລິກາ, ຝະລັ່ງ, ອັງກິດ, ຈີນ ແລະ ເຢຍລະມັນ) ທີ່ມີຊື່ວ່າ “ແຜນການດຳເນີນງານຮອບດ້ານລວມ” ມີຜົນສັກສິດຢ່າງເປັນທາງການໃນວັນທີ 16/01 ຜ່ານມາ.