ອີຣານແລະຕວກກີເຫັນດີເພີ່ມວົງເງິນການຄ້າຂຶ້ນທົບ3ເທົ່າ

ອີຣານແລະຕວກກີເຫັນດີເພີ່ມວົງເງິນການຄ້າຂຶ້ນທົບ3ເທົ່າ - ảnh 1
ທ່ານ​ນາຍົກລັດຖະມົນຕີ Davutoglu ແລະ
 ທ່ານ​ຮອງ​ປະທານາທິບໍດີ​ຜູ້​ທີ 1 ອີຣານ Eshaq Jahangiri
(ພາຍ:ISNA)

(vovworld) – ​    ອີຣານ ​ແລະ ຕວກກີ ມີ​ແຜນ​ນະ​ໂຍບາຍ​ຍູ້​ແຮງ​ວົງ​ເງິນ​ການ​ຄ້າ 2 ຝ່າຍຂຶ້ນ​ລະດັບ 30 ຕື້ USD ​​ໃນ 2 ປີ​ຈະ​ມາ​ເຖິງ​, ​ແມ່ນ​ຫລາຍທົບ 3 ​ເທົ່າ​ເມື່ອ​ທຽບ​ໃສ່​ປະຈຸ​ບັນ. ​ແຜນການ​ດັ່ງກ່າວ​ໄດ້​ປະກາດ ​ໃນ​ສະພາບ​ການທີ່​ທ່ານ​ນາຍົກລັດຖະມົນຕີ ຕວກກີ Ahmet Davutoglu ພວມ​ຢ້ຽມຢາມ Tehran, ​ໂດຍ​ບໍ່​ຫົວຊາຕໍ່ບັນດາ​ທັດສະນະກົງກັນຂ້າມ​ຂອງ 2 ປະ​ເທດ​ທີ່​ກ່ຽວ​ຂ້ອງ​ເຖິງການ​ສູ້​ຮົບ​ຢູ່ ຊີຣີ. ພາຍຫລັງ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ Davutoglu, ທ່ານ​ຮອງ​ປະທານາທິບໍດີ​ຜູ້​ທີ 1 ອີຣານ Eshaq Jahangiri ​ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ໂດຍ​ໃຫ້​ຮູ້​ວ່າ: 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ເພີ່ມ​ທະວີ​ການ​ແລກປ່ຽນ​ການ​ຄ້າ, ຜ່ານ​ນັ້ນ ​ເພີ່ມວົງ​ເງິນ​ການ​ຄ້າ​ຂຶ້ນ​ລະດັບ 30 ຕື້ USD. ສ່ວນ​ທ່ານ​ນາຍົກລັດຖະມົນຕີ Davutoglu ກໍ່ຖື​ວ່າ: ບັນດາ​ຄຳ​ສັ່ງ​ລົງ​ໂທດ​ຂອງ​ປະຊາ​ຄົມ​ສາກົນ​ສຳລັບ ອີຣານ ​ແມ່ນຮົ້ວ​ກີດຂວາງ​ຕົ້ນຕໍ​ໃນ​ການ​ຊຸກຍູ້​ການ​ຄ້າ 2 ຝ່າຍ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປະຈຸ​ບັນ, 2 ປະ​ເທດ​ສາມາດລື່ນ​ກາຍຄາດໝາຍ 30 ຕື້ USD ດັ່ງກ່າວຢ່າງ​ງ່າຍດາຍ ​​ເມື່ອ Tehran ຫລຸດ​ພົ້ນ​ອອກ​ຈາກຄຳ​ສັ່ງ​ລົງ​ໂທດ.


ຂ່າວ/ບົດ​ອື່ນ