ອວຍພອນບັນດາຜູ້ມີຍົດສັກຕໍາແໜ່ງ, ພໍ່ແມ່ປະຊາຊົນຊາວຄິຼດ ເນື່ອງໃນໂອກາດວັນບຸນ ຄິຼດສະມາດ

(VOVWORLD) -ການນໍາແຂວງລ້ວນແຕ່ຕີລາຄາສູງນໍ້າໃຈສາມັກຄີີ, ຄວາມສະໜິດຕິດພັນ, ຄວາມມານະພະຍາຍາມບືນຕົວຂຶ້ນຂອງພໍ່ແມ່ປະຊາຊົນ ໃນວິວັດແຫ່ງການພັດທະນາເສດຖະກິດ - ສັງຄົມ, ຮັກສາຄວາມສະຫງົບປອດໄພການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນບໍລິເວນ.

ອວຍພອນບັນດາຜູ້ມີຍົດສັກຕໍາແໜ່ງ, ພໍ່ແມ່ປະຊາຊົນຊາວຄິຼດ ເນື່ອງໃນໂອກາດວັນບຸນ  ຄິຼດສະມາດ - ảnh 1 ການນໍາແຂວງນາມດິ້ງ ລົງຢ້ຽມຢາມ, ອວຍພອນບັນດາຜູ້ມີຍົດສັກຕໍາແໜ່ງ, ນັກບວດ ແລະ ພໍ່ແມ່ປະຊາຊົນຊາວຄິຼດໃນບໍລິເວນແຂວງ (ພາບ: namdinh.gov.vn)

ເນື່ອງໃນໂອກາດວັນບຸນ ຄິຼດສະມາດ 2018, ການນໍາແຂວງນາມດິ້ງ ໄດ້ລົງຢ້ຽມຢາມ, ອວຍພອນບັນດາຜູ້ມີຍົດສັກຕໍາແໜ່ງ, ນັກບວດ ແລະ ພໍ່ແມ່ປະຊາຊົນຊາວຄິຼດໃນບໍລິເວນແຂວງ ຕ້ອນຮັບວັນບຸນ ຄິຼດສະມາດ ເຕັມໄປດ້ວຍຄວາມຜາສຸກ. ຢູ່ສະຖານທີ່ແຫ່ງຕ່າງໆ ທີ່ ລົງໄປຢ້ຽມຢາມນັ້ນ ການນໍາແຂວງລ້ວນແຕ່ຕີລາຄາສູງນໍ້າໃຈສາມັກຄີີ, ຄວາມສະໜິດຕິດພັນ, ຄວາມມານະພະຍາຍາມບືນຕົວຂຶ້ນຂອງພໍ່ແມ່ປະຊາຊົນ ໃນວິວັດແຫ່ງການພັດທະນາເສດຖະກິດ - ສັງຄົມ, ຮັກສາຄວາມສະຫງົບປອດໄພການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນບໍລິເວນ.

        ທ່ານ ຟ້າມດິ່ງງິ ປະທານຄະນະກໍາມະການປະຊາຊົນແຂວງນາມດິ້ງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ບັນດາຜູ້ມີຍົດສັກຕໍາແໜ່ງ, ນັກບວດ ແລະ ພໍ່ແມ່ປະຊາຊົນຊາວຄິຼດ ຈະປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍ, ກົດໝາຍຂອງພັກ, ລັດ ໃຫ້ເປັນຢ່າງດີ; ເຫັນດີເຫັນພ້ອມ, ຕັ້ງໜ້າຕອບສະໜອງບັນດາຂະບວນການແຂ່ງຂັນຮັກຊາດ, ຮ່ວມແຮງຮ່ວມໃຈສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບ ຮັ່ງມີສວຍງາມ, ສີວິໄລ.


ຕອບກັບ

ຂ່າວ/ບົດ​ອື່ນ