ອວຍພອນພໍ່ແມ່ປະຊາຊົນຊາວຂະແມເນື່ອງໃນໂອກາດບຸນປີໃໝ່Chol Chnam Thmay
ເລຂາຄະນະພັກແຂວງ ຫວີງລອງ ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນຊາວ ຂະແມ
(ພາບ: Phạm Minh Tuấn-TTXVN.)
(vovworld) – ວັນທີ 13/4, ຢູ່ວັດ Ochumpruksa, ເມືອງ ວິຖູຍ, ທ່ານ ເຈີ່ນກົງແຈ໋ງ, ເລຂາຄະນະພັກແຂວງ ເຮົ້າຢາງ ພ້ອມກັບການນຳບັນດາພະແນກ, ຄະນະ, ຂະແໜງການໄດ້ມາ ອວຍພອນປີໃໝ່, ມອບຂອງຂວັນໃຫ້ບັນດາພະສົງ ແລະ ພໍ່ແມ່ປະຊາຊົນຊາວ ຂະແມ ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay. ນະທີ່ນີ້, ທ່ານ ເຈີ່ນກົງແຈ໋ງ ໄດ້ຍ້ອງຍໍຊົມເຊີຍຊາວຂະແມ 22.000 ຄົນໃນທົ່ວແຂວງທີ່ໄດ້ປະກອບສ່ວນພ້ອມກັບທ້ອງຖິ່ນສ້າງເສດຖະກິດ - ສັງຄົມໃຫ້ນັບມື້ນັບພັດທະນາ. ຫຼາຍຄອບຄົວຊາວຂະແມ ໄດ້ປູກຝັງ, ລ້ຽງສັດເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ, ຍົກສູງຊີວິດທາງດ້ານເສດຖະກິດ. ທ່ານ ເຈີ່ນກົງແຈ໋ງ ປາດຖະໜາວ່າ: ພໍ່ແມ່ປະຊາຊົນຊາວ ຂະແມ ຈະຈັດຕັ້ງບັນດາການເຄື່ອນໄຫວດ້ານວັດທະນະທຳ, ການລະຫຼິ້ນເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay 2016 ບົນຈິດໃຈສາມັກຄີ, ປອດໄພ, ປະຢັດ ແລະ ພາຍຫຼັງບຸນເຕັດສືບຕໍ່ສູ້ຊົນທຳມາຫາກິນເພື່ອໃຫ້ຊີວິດທາງດ້ານເສດຖະກິດນັບມື້ນັບດີກ່ວາ.
ໃນລະຫວ່າງວັນທີ 11 – 14/4, ແຂວງ ຫວີງລອງ ໄດ້ຈັດຕັ້ງຫຼາຍຄະນະໄປອວຍພອນບຸນປີໃໝ່ ແລະ ມອບຂອງຂວັນຢູ່ວັດຕ່າງໆ, ສະມາຄົມສາມັກຄີກັບພະສົງຮັກຊາດ, ໂຮງຮຽນກິນນອນຊົນເຜົ່າ ແລະ ພໍ່ແມ່ປະຊາຊົນຊາວ ຂະແມ ໃນບໍລິເວນແຂວງ.