ອີຮານຢືນຢັນບໍ່ຢຸດຕິການເຄື່ອນໄຫວ ນິວເຄຼຍ

ອີຮານຢືນຢັນບໍ່ຢຸດຕິການເຄື່ອນໄຫວ ນິວເຄຼຍ - ảnh 1

(ພາບ:vietbao.vn)

(vovworld)- ​ວັນ​ທີ 6/6 ​ໂທລະພາບ Press TV ຂອງ​ອີຣານ ​ໃຫ້​ຂ່າວ​ວ່າ: ທ່ານ Ali Asghar Soltanieh ຜູ້ຕາ​ງໜ້າອົງການ​ພະລັງງານ​ປະລະມານູ​ສາກົນ (IAEA) ​ປະຈຳ​ປະ​ເທດ​ອິດ​ຊະລາ​ມນີ້ ​ໄດ້​ປະກາດ​ວ່າ: ​ເຕ​ເຮຣານ ຈະ​ບໍ່​ຢຸດຕິ​ບັນ​ດາການ​​ເຄື່​ອນ​ໄຫວ​ນິວ​ເຄຼຍ ​ແລະ ​ເສີມ​ທາດ​ອູຣານຽມ​ຕໍ່ໜ້າ​ກຳລັງ​ດັນ​ຂອງ​ປະຊາ​ຄົມ​ໂລກ. ທ່ານ Soltanieh ຢືນຢັນ​ວ່າ: ນະ​ໂຍບາຍ​ນິວ​ເຄຼຍຂອງ​ອີຣານ ​ແມ່ນ​ຈະ​ແຈ້ງ​ທີ່​ສຸດ ​ແລະ ປະ​ເທດ​ນີ້​ຈະ​ສືບ​ຕໍ່​ບັນດາການ​​ເຄື່​ອນ​ໄຫວ​ນິວ​ເຄຼຍ, ນັບ​ທັງ​ການ​ເສີມ​ທາດ​ອູຣານຽມ. ​ເຈົ້າໜ້າ​ທີ່​ທ່ານ​ນີ້​ຍັງ​ຖື​ວ່າ: ບົດ​ລາຍ​ງານ​ຫວ່າງ​ມໍ່ໆ​ມາ​ນີ້​ຂອງ IAEA ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ອີຣານ ​ແມ່ນ​ບໍ່​ສາມາດ​ຮັບ​ຮູ້​ໄດ້ ຍ້ອນ​ມັນ​ມີຄວາ​ມໝາຍດຽວ​ກັບ​ເລື່ອງ​ກໍ່ “ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ເມືອງ”. ກ່ອນ​ໜ້ານນັ້ນ, ວັນ​ທີ 5/6, ​ໃນ​ຖະ​ແຫຼ​ງການ​ຮ່ວມ​ຍົກ​ອອກ​ມາ​ທີ່​ການ​ປະຊຸມ​ລັບ​ຂອງ IAEA ຢູ່​ນະຄອນຫຼວງ​ວຽນ ປະ​ເທດ​ອົດ​ຕາລິດ, ກຸ່ມ  P5+1 ຊື່​ງລວມມີອັງກິດ, ລັດ​ເຊຍ, ອາ​ເມ​ລິ​ກາ, ຝະລັ່ງ, ຈີນ ​ແລະ ​ເຢຍລະ​ມັນ ​ໄດ້​ຮຽກຮ້ອງ​ໃຫ້​ອີຣານ ຢຸດຕິ​ບັນ​ດາການ​​ເຄື່​ອນ​ໄຫວ​ນິວ​ເຄຼຍທີ່​ຝືນ​ກັບ​ມະຕິ​ສະບັບ​ຕ່າງໆ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ຄວາມໝັ້ນຄົງ ສປຊ.

ຂ່າວ/ບົດ​ອື່ນ