ອະດີດປະທານາທິບໍດີ ອາເມລິກາ Donald Trump ບໍ່ຖືກກ່າວໂທດຍຸແຍ່ການຈະລາຈົນ

(VOVWORLD) - ການປ່ອນບັດດຳເນີນໃນວັນທີ 13 ກຸມພາ  ບໍ່ຄົບ 67 ບັດສະຫນັບສະຫນູນທີ່ຕ້ອງການເພື່ອກ່າວໂທດທ່ານ Trump.
ອະດີດປະທານາທິບໍດີ ອາເມລິກາ Donald Trump ບໍ່ຖືກກ່າວໂທດຍຸແຍ່ການຈະລາຈົນ - ảnh 1ທ່ານ ອະດີດປະທານາທິບໍດີ ອາເມລິກາ Donald Trump(ພາບ:AFP/TTXVN)

ທີ່ການປ່ອນບັດກ່າວໂທດກ່ຽວກັບການຍຸແຍ່ການຈະລາຈົນຢູ່ ຫໍສະພາແຫ່ງຊາດ ອາເມລິກາ ເມື່ອວັນທີ 6 ມັງກອນ, ສະພາສູງ ອາເມລິກາ ບໍ່ກ່າວໂທດທ່ານ ອະດີດປະທານາທິບໍດີ ອາເມລິກາ Donald Trump. ເລື່ອງກ່າວໂທດທ່ານ Trump ຕ້ອງມີຄວາມເຫັນດີຂອງ 2/3 ໃນຈຳນວນ ສະມາຊິກສະພາສູງ 100 ທ່ານ. ເຖິງຢ່າງໃດກໍຕາມ ໃນການປ່ອນບັດດຳເນີນໃນວັນທີ 13 ກຸມພາ ມີສະມາຊິກສະພາສູງພຽງ 57 ທ່ານ ປ່ອນບັດສະຫນັບສະຫນູນກ່າວໂທດອະດີດປະທານາທິບໍດີ, ໃນຂະນະ ສະມາຊິກສະພາສູງ 43 ທ່ານ ປ່ອນບັດຄ້ານ. ສະຫລຸບການປ່ອນບັດ ບໍ່ຄົບ 67 ບັດສະຫນັບສະຫນູນທີ່ຕ້ອງການເພື່ອກ່າວໂທດທ່ານ Trump.

ຕອບກັບ

ຂ່າວ/ບົດ​ອື່ນ