ອາກຊັງຕິນຮຽກຮ້ອງ Mercosur ເຊັນ FTA ກັບ ຫວຽດນາມ ແລະ ອິນໂດເນເຊຍ

(VOVWORLD) - ວັນທີ 7 ກໍລະກົດ, ທ່ານນາງ Diana Mondino ລັດຖະມົນຕີການຕ່າງປະເທດ ອາກຊັງຕິນ ໄດ້ຮຽກຮ້ອງໃຫ້ກຸ່ມຕະຫຼາດລວມ ອາເມລິກາໃຕ້ (Mercosur) ຕ້ອງມີ ໄຫວພິບກ່ວາໃນການເຈລະຈາ ແລະ ຊອກຫາກາລະໂອກາດເຊັນສັນຍາການຄ້າເສລີ (FTA) ກັບ ຫວຽດນາມ ແລະ ອິນໂດເນເຊຍ.    

ອາກຊັງຕິນຮຽກຮ້ອງ Mercosur ເຊັນ FTA ກັບ ຫວຽດນາມ ແລະ ອິນໂດເນເຊຍ - ảnh 1ພາບປະກອບ: AFP/TTXVN

ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມ Mercosur ຢູ່ນະຄອນຫຼວງ Asuncion, ທ່ານນາງ Diana Mondino ເນັ້ນໜັກວ່າ ກຸ່ມນີ້ຕ້ອງມີການປະຕິຮູບຢ່າງເຖິງຖອງ ເພື່ອແນໃສ່ຊຸກຍູ້ການແລກປ່ຽນການຄ້າພາຍໃນກຸ່ມກໍ່ຄືເປີດກວ້າງການຮ່ວມມືກັບບັນດາຕະຫຼາດອື່ນ. ຕາມທ່ານນາງ Diana Mondino ແລ້ວ, Mercosur ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ ແລະ ມີພື້ນຖານເພື່ອຫັນເປັນຫຼາຍຮູບຫຼາຍແບບ, ເປີດກວ້າງການພົວພັນກັບໂລກ, ເຖິງຢ່າງໃດກໍຕາມ ປັດຈຸບັນ ບັນດາປະເທດສະມາຊິກຍັງບໍ່ທັນຂຸດຄົ້ນຄວາມສາມາດບົ່ມຊ້ອນໄດ້ໝົດ ແລະ ການປະຕິຮູບກໍ່ຍັງບໍ່ເຖິງຖອງເທື່ອ. ທ່ານນາງຖືວ່າ Mercosur ຕ້ອງມີຄວາມຂະຫຍັນຂັນເຄື່ອນ, ຍົກສູງກຳລັງຄວາມສາມາດໃນການປັບຕົວໃຫ້ແທດເໝາະກັບບັນດາບັນຫາໃນອະນາຄົດ, ລວມທັງ ປັນຍາປະດິດ (AI).

ຕອບກັບ

ຂ່າວ/ບົດ​ອື່ນ