ອາຊຽນ - EU ຮ່ວມມືປົດປ້ອງສິດຂອງ ແມ່ຍິງ ແລະ ເດັກນ້ອຍ
(ພາບປະກອບ)
(vovworld) - ຄະນະຜູ້ແທນຄະນະກຳມະການອາຊຽນ ກ່ຽວກັບການຊຸກຍູ້ ແລະ ປົກປ້ອງສິດຂອງແມ່ຍິງ ແລະ ເດັກນ້ອຍ (ACWC) ຫາກໍມີການຢ້ຽມຢາມສະຫະພາບເອີລົບ (EU) ໃນລະຫວ່າງວັນທີ 18 – 22/02. ຢູ່ແບນຊິກ, ຄະນະໄດ້ມີການພົບປະຕ່າງໆກັບເຈົ້າໜ້າທີ່ຂັ້ນສູງຄະນະກຳມະການເອີລົບ (EC) ຫຼາຍທ່ານ ທີ່ຮັບຜິດຊອບບັນດາບັນຫາກ່ຽວກັບການພັດທະນາມະນຸດ, ປະຊາທິປະໄຕ ແລະ ສິດຂອງມະນຸດ ເພື່ອແນໃສ່ແລກປ່ຽນບັນດາບັນຫາທີ່ຕ່າງຝ່່າຍຕ່າງມີຄວາມສົນໃຈ, ໂດຍສະເພາະແມ່ນແບ່ງປັນບັນດານະໂຍບາຍ ແລະ ບົດຮຽນໃນເລື່ອງຊຸກຍູ້ ແລະ ປົກປ້ອງສິດຂອງແມ່ຍິງ ແລະ ເດັກນ້ອຍ; ຊອກຫາການຮ່ວມມືໃນຂົງເຂດທີ່ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ; ຮັບຝັງການແນະນຳກ່ຽວກັບການຈັດຕັ້ງ, ກົນໄກ, ເຄື່ອງມື້ ແລະ ບຸລິມະສິດນະໂຍບາຍຂອງ EU ໃນບັນດາບັນຫາທີ່ກ່ຽວຂ້ອງເຖິງແມ່ຍິງ ແລະ ເດັກນ້ອຍ. ນອກຈາກນັ້ນ, ຄະນະຍັງເຂົ້າຮ່ວມກອງປະຊຸມຂອງຄະນະກຳມະການກ່ຽວກັບສິດຂອງແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ເຮັດວຽກກັບຄະນະກຳມະການເສດຖະກິດ - ສັງຄົມຂອງລັດຖະສະພາເອີລົບ, ຢ້ຽມຢາມ ແລະ ແລກປ່ຽນຂໍ້ມູນຂ່າວກັບບາງອົງການ, ອົງການຈັດຈັ້ງທີ່ກ່ຽວຂ້ອງເຖິງແມ່ຍິງ ແລະ ເດັກນ້ອຍຂອງແບນຊິກ.