ອາຊຽນ - ຈີນ ຊຸກຍູ້ການຮ່ວມມືພັດທະນາແບບຍືນຍົງ
(VOVWORLD) - ເວທີປາໄສສາກົນ ອາຊຽນ - ຈີນ ປີ 2023 ກ່ຽວກັບນະວັດຕະກຳ ແລະ ການຮ່ວມມືເພື່ອການພັດທະນາແບບຍືນຍົງ ໄດ້ອັດລົງໃນວັນທີ 16 ກໍລະກົດ, ຢູ່ນະຄອນ ກຸຍຫຼິນ, ແຂວງ ກວາງຊີ, ປະເທດຈີນ.
ໃນເວທີປາໄສທີ່ດຳເນີນເປັນເວລາ 3 ວັນນີ້ ໄດ້ປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆຄື: ການຖ່າຍທອດເຕັກໂນໂລຢີສີຂຽວ, ການພັດທະນານະຄອນທ່ອງທ່ຽວແຫ່ງຕ່າງໆ ແລະ ບົດຮຽນປະສົບການໃນການສ້າງເຂດແນະນຳນະວັດຕະກຳແຫ່ງຊາດກ່ຽວກັບບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs). ທ່ານ James George, ຮອງຫົວໜ້າຄະນະຜູ້ຕາງໜ້າ ອົງການ ສປຊ ເພື່ອການພັດທະນາ (UNDP) ປະຈຳ ຈີນ ໄດ້ຊີ້ແຈ້ງວ່າ ເວທີປາໄສ ແມ່ນຄຳກ່າວເຕືອນກ່ຽວກັບຄວາມຕ້ອງການທີ່ຈຳເປັນ ແລະ ຮີບດ່ວນຕ້ອງປະຕິບັດເສັ້ນທາງພັດທະນາແບບຍືນຍົງ ເພື່ອອະນຸລັກຮັກສາແຫຼ່ງຊັບພະຍາກອນທຳມະຊາດ. ທ່ານຢັ້ງຢືນວ່າ ສາຍພົວພັນຄູ່ຮ່ວມມືທີ່ຍາວນານ ແລະ ຟົດຟື້ນລະຫວ່າງ ອາຊຽນ ກັບ ຈີນ ໄດ້ເປັນການພິສູດໃຫ້ເຫັນກຳລັງແຮງຂອງການຮ່ວມມືໃນພາກພື້ນ ແລະ ສາມາດປະກອບສ່ວນສຳຄັນໃນການຊຸກຍູ້ວັດທະນາການມຸ່ງໄປເຖິງຄວາມຫວັງ ລວມຂອງ SDGs.