ອາຊຽນ - ຍີ່ປຸ່ນ ມຸ່ງໄປເຖິງການສ້າງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ
(VOVWORLD) - ກອງປະຊຸມປຶກສາຫາລືວິທີການຊຸກຍູ້ການພົວພັນຄູ່ຮ່ວມມືອາຊຽນ - ຍີ່ປຸ່ນໃຫ້ຍືນຍົງກ່ວາອີກ ໃນການແກ້ໄຂບັນດາສິ່ງທ້າທາຍລວມ, ຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ ໃນພາກພື້ນ.
ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ຍີ່ປຸ່ນ (ພາບ: TTXVN) |
ວັນທີ 13 ກໍລະກົດ, ຢູ່ນະຄອນຫຼວງ ຈາກາຕາ (ປະເທດອິນໂດເນເຊຍ) ໄດ້ດຳເນີນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ຍີ່ປຸ່ນ ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 56 (AMM-56) ແລະ ກອງປະຊຸມທີ່ກ່ຽວຂ້ອງ.
ກອງປະຊຸມປຶກສາຫາລືວິທີການຊຸກຍູ້ການພົວພັນຄູ່ຮ່ວມມືອາຊຽນ - ຍີ່ປຸ່ນໃຫ້ຍືນຍົງກ່ວາອີກ ໃນການແກ້ໄຂບັນດາສິ່ງທ້າທາຍລວມ, ຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ ໃນພາກພື້ນ, ພ້ອມທັງແບ່ງປັນການກຳນົດທິດອະນາຄົດ ໃຫ້ແກ່ການພົວພັນລະຫວ່າງສອງຝ່າຍ.
ຍີ່ປຸ່ນ ແລະ ອາຊຽນ ໄດ້ຮ່ວມມືກັນບໍ່ພຽງແຕ່ໃນຖານະເປັນຄູ່ຮ່ວມມືດຳເນີນທຸລະກິດທີ່ສະໜິດສະໜົມເທົ່ານັ້ນ ຫາກຍັງແມ່ນເພື່ອນມິດທີ່ມີການພົວພັນເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ ໃນຕະຫຼອດໄລຍະປະຫວັດສາດຢ່າງແທ້ຈິງ. ສອງຝ່າຍໄດ້ມຸ່ງໄປເຖິງການສ້າງການພົວພັນຄູ່ຮ່ວມມືຮອບດ້ານ.