ອາຊຽນ ພິຈາລະນາ ເລື່ອງເຊິນ ຈີນ, ຍີ່ປຸ່ນ, ສ ເກົາຫຼີ ເຂົ້າຮ່ວມ ການເຊື່ອມຕໍ່ພາກພື້ນ

ອາຊຽນ ພິຈາລະນາ ເລື່ອງເຊິນ ຈີນ, ຍີ່ປຸ່ນ, ສ ເກົາຫຼີ ເຂົ້າຮ່ວມ ການເຊື່ອມຕໍ່ພາກພື້ນ - ảnh 1

(vovworld) – ວັນ​ທີ 7/7, ຫົວໜ້າ​ກົມ ອາ​ຊຽນ ສັງກັດ​ກະຊວງ​ການ​ຕ່າງປະ​ເທດ​ໄທ ທ່ານ ​ອັດທະ​ຍຸດ ສີສະ​ໝຸດໃຫ້​ຮູ້​ວ່າ: ອາ​ຊຽນ ຈະ ​ຢັ່ງ​ຫາງ​ສຽງ​ກ່ຽວ​ກັບ​ແນວ​ຄວາມ​ຄິດ ​ໃນ​ການນຳ​ຈີນ, ຍີ່ປຸ່ນ ​ແລະ ສ ​ເກົາ​ຫຼີ ​ເຂົ້າ​ລາຍການ​ເຊື່ອມ​ຕໍ່​ພາກ​ພື້ນ ​ເມື່ອ​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ​ໂຮມ​ປະຊຸມ​​ໃນ​ອາທິດ​ໜ້າ ຢູ່​ນະ​ຄອນ​ຫຼວງ ພະນົມ​ເປັນ​ຂອງ ກຳປູ​ເຈ​ຍ. ທ່ານ ອັດທະ​ຍຸດ ​ໃຫ້​ຮູ້​ວ່າ​: ອາ​ຊຽນ​ໄດ້​ຜັນ​ຂະຫຍາຍ​ແຜນການ​ເຊື່ອມ​ຕໍ່​ສັງ​ລວມ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ເຊື່ອມ​​ໂຍງ. ປະຈຸ​ບັນ, ຈີນ, ຍີ່​ປຸ່ນ, ສ ​ເກົາຫຼີ ພວມ​ເຊື່ອມ​ຕໍ່​ກັບ ອາ​ຊຽນ ​ໂດຍ​ຜ່ານ​ຫຼາຍ​ກົນ​ໄກ​ຮ່ວມ​ມື​ໃນ​ຂົງ​ເຂດ ອາ​ຊຽນ + 3.

ຄາ​ດວ່າ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ຈະ​ຍົກ​ອອກ​ໂຄງການ “ຮ່ວມ​ມື​ເຊື່ອມ​ຕໍ່​ອາ​ຊຽນ+3” ​ເພື່ອ​​ໃຫ້​ບັນດາ​ການ​ນຳ ອາ​ຊຽນ ​ແລະ 3 ປະ​ເທດ​ຄູ່ຮ່ວມ​ມື ພິຈາລະນາ​ເຫັນ​ດີ​ເປັນ​​ເອກະ​ພາບ​ ຢູ່​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ​ໃນ​ທ້າຍ​ປີ​ນີ້. ຄາດໝາຍ​ຂອງ​ໂຄງການ​ເຊື່ອ​ມຕໍ່ ອາ​ຊຽນ ​ແມ່ນ​ເພື່ອ​ແນ​ໃສ່​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ເພື່ອ​ເຊື່​ອມຕໍ່​ບັນດາ​ປະ​ເທດ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ລະຫວ່າງ​ປະຊາຊົນ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ