ອາຊຽນ, ລັດເຊຍ ດຳເນີນກອງປະຊຸມຄັ້ງທີ 11 ຄະນະກຳມະການຮ່ວມມື

ອາຊຽນ, ລັດເຊຍ ດຳເນີນກອງປະຊຸມຄັ້ງທີ 11 ຄະນະກຳມະການຮ່ວມມື - ảnh 1
(ພາປະກອບ)
(vovworld) - ວັນ​ທີ 21/03, ຢູ່​ສຳນັກງານ​ຄະນະ​ເລຂາ​ອາ​ຊຽນ, ທີ່ນະຄອນ​ຈາ​ກາກ​ຕາ, ປະ​ເທດ​ອິນ​ໂດ​ເນ​ເຊຍ, ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງ​ທີ 11 ຂອງ​ຄະນະ​ກຳມະການ​ຮ່ວມ​ລະຫວ່າງອາ​ຊຽນ - ລັດ​ເຊຍ (ARJCC). ກອ​ງປະຊຸມ​ໂດຍ​ທ່ານ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້ຕ່າງ​ໜ້າ​ຂອງ ​ມາ​ເລ​ເຊຍ ປະຈຳ​ອາ​ຊຽນ Dato’ Hasnudin Hamzah ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້ຕ່າງ​ໜ້າສະຫະພັນ​ລັດ​ເຊຍ ປະຈຳ​ອາ​ຊຽນ Mikhail Galuzin ​ເປັນ​ປະທານຮ່ວມ. ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການປະຕິບັດ​​ໂຄງການ​ດຳ​ເນີນ​ງານ​ຮອບດ້ານ (CPA) ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ ​ແລະ ສະຫະພັນ​ລັດ​ເຊຍ ​ໄລຍະ 2005 – 2015; ​ແລກປ່ຽນທັດສະນະ​ກ່ຽວ​ກັບ​ບັນ​ດາ​ບັນຫາທີ່​ກ່ຽວຂ້ອງ​ເຖິງ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ ​ໃນ 3 ຂົງ​ເຂດ​ໃຫ້​ບຸລິມະສິດນັ້ນ​ແມ່ນ ​ການ​ເມືອງ - ປ້ອງ​ກັນ​ຄວາມ​ສະຫງົບ. ​ເສດຖະກິດ ​ແລະ ວັດທະນະທຳ - ສັງຄົມ. ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ບົດ​ລາຍ​ງານ​ປະຈຳ​ປີ 2012 ​ແລະ ​ແຜນການ​ເຄື່ອ​ນ​ໄຫວ​ປີ 2013 ຂອງ​ສູນ​ອາ​ຊຽນ; ພ້ອມ​ທັງ​ປຶກສາ​ຫາ​ລື​ກ່ຽວ​ກັບ​ວຽກ​ງານ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ - ລັດ​ເຊຍ ຄັ້ງ​ທີ 3 ​ແລະ​ ບັນດາ​ການ​ເຄື່​ອນ​ໄຫວ​ລວມ​ເຊິ່ງຈະ​ດຳ​ເນີນ​ໄປ​ໃນ​ປີ 2013 ນີ້.
ຂ່າວ/ບົດ​ອື່ນ