ອາຊຽນ ສຳເລັດຮ່າງຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ

ອາຊຽນ ສຳເລັດຮ່າງຂໍ້ກຳນົດການປະພຶດຢູ່ທະເລຕາເວັນອອກ - ảnh 1
ເຂດທະເລຕາເວັນອອກ
ພາບ:internet


(vovword)- ວັນ​ທີ 24/5, ບັນດາ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ຂອງ ອາ​ຊຽນ ​ໄດ້​ສຳ​ເລັດ​ການ​ຮຽບຮຽງ​ບັນດາ​ຫົວຂໍ້​ຕົ້ນຕໍ​ເພື່ອ​ສ້າງ​ຂໍ້​ກຳນົດ​ການ​ປະ​ພຶດຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ ນາງ Xoung Ratchavi ລັດຖະມົນຕີ​ການ​ຕ່າງປະ​ເທດ ກຳປູ​ເຈຍ, ຜູ້​ຮັກສາ​ບົດບາດ​ເປັນ​ປະທານ​ກອງ​ປະຊຸມ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 7 ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່ ກຳປູ​ເຈຍ ​ໃຫ້​ຮູ້​ວ່າ: ​ແຜ​ນຮ່າງ​ດັ່ງກ່າວ​ຈະ​ຖືກ​ຍື່ນ​ສະ​ເຫ​ນີຕໍ່​ລັດຖະມົນຕີ​ການ​ຕ່າງປະ​ເທດ ບັນດາ​ປະ​ເທດ​ໃນ​ອາ​ຊຽນ ​ເພື່ອ​ມີ​ການຕົກລົງຄັ້ງ​ສຸດ​ທ້າຍ​ໃນ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ​ໃນ​ເດືອນ 7 ຈະ​ມາ​ເຖິງ. ຖ້າ​ຫາກ​ໄດ້​ຮັບການຮັບຮອງ​ເອົາ, ອາ​ຊຽນ ຈະ​ດຳ​ເນີນ​ການ​ເຈລະຈາ​ກັບ​ຈີນ. ທ່ານ​ນາງ Xoung Ratchavi ຕີ​ລາຄາ​ວ່າ ​ເລ່ືອງ​ສຳ​ເລັດ​ຮ່າງ​ຂໍ້​ກຳນົດ​ດັ່ງກ່າວ​ແມ່ນ​ໝາກຜົນ​ຕັ້ງຫນ້າ ພ້ອມ​ທັງ​ເນັ້ນ​ຫນັກ​ວ່າ: ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ຊຸກຍູ້​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ ຢູ່ ພາກ​ພື້ນ​ກໍ​ຄື​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ ອາ​ຊຽນ ​ແລະ ຈີນ.

 

ຂ່າວ/ບົດ​ອື່ນ