ອາ​ຊຽນ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເຊື່ອມ​ຕໍ່​ພາກ​ພື້ນ ແລະ ບັນ​ດາ​ຄູ່​ຮ່ວມ​ມື

(VOVWORLD) -ວັນທີ 25 ມິຖຸນາ, ທ່ານ ເອກອັກຄະລັດຖະທູດ ຫງວຽນຫ໋າຍບັ່ງ, ຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ອາຊຽນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 2 ໃນປີ 2021 ຂອງ ຄະນະປະສານງານເຊື່ອມຕໍ່ ອາຊຽນ (ACCC 2/2021) ຕາມຮູບການທາງອອນລາຍ.
ອາ​ຊຽນ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເຊື່ອມ​ຕໍ່​ພາກ​ພື້ນ ແລະ ບັນ​ດາ​ຄູ່​ຮ່ວມ​ມື - ảnh 1ກອງປະຊຸມຄັ້ງທີ 2 ໃນປີ 2021 ຂອງ ຄະນະປະສານງານເຊື່ອມຕໍ່ ອາຊຽນ (ACCC 2/2021) 

ກອງປະຊຸມໄດ້ຢັ້ງຢືນ ແລະ ຕີລາຄາສູງວິວັດທະນາການຢ່າງຕັ້ງໜ້າໃນການຜັນຂະຫຍາຍແຜນການສັງລວມເຊື່ອມຕໍ່ ອາຊຽນ 2025 (MPAC 2025). ໃນໄລຍະຈະມາເຖິງ, ອາຊຽນ ຈະ ສຸມກຳລັງແຮງ, ຂົນຂວາຍບັນດາຄູ່ຮ່ວມມືເຂົ້າຮ່ວມການໜູນຊ່ວຍ ແລະ ຊຸກຍູ້ບັນດາໂຄງການໃນບັນດາຂົງເຂດຍຸດທະສາດ. ນອກຈາກນັ້ນ, ກອງປະຊຸມກໍ່ໄດ້ເນັ້ນໜັກເຖິງເລື່ອງຕ້ອງເພີ່ມທະວີການໂຄສະນາ, ເຜີຍແຜ່ຂໍ້ມູນກ່ຽວກັບເນື້ອໃນ ແລະ ຜົນປະໂຫຍດໃນວົງກວ້າງຂອງ MPAC 2025, ສືບຕໍ່ຊຸກຍູ້ຍຸດທະສາດໂຄສະນາເຜີຍແຜ່ຂອງ MPAC 2025 ໃນປີ 2021. ກອງປະຊຸມກໍ່ເຫັນດີເປັນເອກະພາບເພີ່ມທະວີກົນໄກປະສານງານ, ແລະ ເຊື່ອມຕໍ່ການຜັນຂະຫຍາ MPAC 2025 ດ້ວຍບັນດາຂໍ້ລິເລີ່ມເຊື່ອມຕໍ່ພາກພື້ນ ແລະ ບັນດາຄູ່ຮ່ວມມືຂອງ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ