ອາຊຽນ ແລະ EU ລົງນາມ ຂໍ້ຕົກລົງຂົນສົ່ງທາງອາກາດຮອບດ້ານສະບັບທຳອິດ

(VOVWORLD) - ຂໍ້ຕົກລົງຈະເພີ່ມທະວີການເຊື່ອມຕໍ່ທາງອາກາດລະຫວ່າງ ອາຊຽນ ແລະ ເອີລົບ, ສ້າງເງື່ອນໄຂສະດວກໃຫ້ແກ່ການພົບປະແລກປ່ຽນປະຊາຊົນ
 
ອາຊຽນ ແລະ EU ລົງນາມ ຂໍ້ຕົກລົງຂົນສົ່ງທາງອາກາດຮອບດ້ານສະບັບທຳອິດ - ảnh 1ອາຊຽນ ແລະ EU ລົງນາມ ຂໍ້ຕົກລົງຂົນສົ່ງທາງອາກາດຮອບດ້ານສະບັບທຳອິດ
(ພາບ: ຄະນະເລຂາ ອາຊຽນ)

ວັນທີ 17 ຕຸລາ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ສະຫະພາບ ເອີລົບ (ອີຢູ) ໄດ້ລົງນາມຂໍ້ຕົກລົງຂົນສົ່ງທາງອາກາດຮອບດ້ານ (ASEAN-EU CATA) ທີ່ກອງປະຊຸມລັດຖະມົນຕີຄົມມະນາຄົມ ອາຊຽນ ຄັ້ງທີ 28 ຈັດຂຶ້ນຢູ່ ບາລີ, ປະເທດ ອິນໂດເນເຊຍ. ຂໍ້ຕົກລົງຈະເພີ່ມທະວີການເຊື່ອມຕໍ່ທາງອາກາດລະຫວ່າງ ອາຊຽນ ແລະ ເອີລົບ, ສ້າງເງື່ອນໄຂສະດວກໃຫ້ແກ່ການພົບປະແລກປ່ຽນປະຊາຊົນ ແລະ ເສດຖະກິດຂອງສອງພາກພື້ນ, ບັນດາຝ່າຍຈະເລີ່ມເຄື່ອນໄຫວວິວັດການໃຫ້ສັດຕະຍາບັນເພື່ອໃຫ້ຂໍ້ຕົກລົງມີຜົນສັກສິດຢ່າງເປັນທາງການ. ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ອິນໂດເນເຊຍ Budi Karya Sumadi, ປະທານກອງປະຊຸມລັດຖະມົນຕີຄົມມະນາຄົມ ອາຊຽນ ຄັ້ງທີ 28 ຖືວ່າ, ເລື່ອງລົງນາມສັນຍາດັ່ງກ່າວໄດ້ສ້າງພະລັງຊີວິດໃຫ້ແກ່ພື້ຖານເສດຖະກິດທົ່ວໂລກ, ພິເສດແມ່ນຢູ່ພາກພື້ນ ອາຊຽນ ແລະ ອີຢູ. ສັນຍາສະບັບນີ້ໄດ້ຮັບແງ່ຫວັງຈະເປີດກາລະໂອກາດອັນໃຫຍ່ຫຼວງກ່ວາໃຫ້ແກ່ບັນດາບໍລິສັດການບິນຂອງ ອາຊຽນ ແລະ ອີຢູ ໃນການຂຸດຄົ້ນບັນດາການບໍລິການຜູ້ໂດຍສານ ແລະ ຈໍລະຈອນສິນຄ້າລະຫວ່າງສອງຝ່າຍ ແລະ ທັງນອກພາກພື້ນ.

        ກອງປະຊຸມລັດຖະມົນຕີຄົມມະນາຄົມ ອາຊຽນ ຄັ້ງທີ 29 ຈະໄດ້ຈັດຂຶ້ນຢູ່ ສປປ ລາວ ໃນປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ