ອາຊຽນ ແລະ ຈີນ ຢືນຢັນສືບຕໍ່ປະຕິບັດ ຖະແຫຼງການ DOC

ອາຊຽນ ແລະ ຈີນ ຢືນຢັນສືບຕໍ່ປະຕິບັດ ຖະແຫຼງການ DOC - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 19/11, ຢູ່​ພະ​ນົມ​ເປັນ, ປະ​ເທດ​ກຳປູ​ເຈຍ, ການ​ນຳ​ລັດ, ລັດຖະບານ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ ສາທາລະນະລັດປະຊາຊົນ​ຈີນ ພ້ອມ​ກັນ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ເຊັນ​ຖະ​ແຫຼ​ງການຮ່ວມກ່ຽວ​ກັບ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC). ກອງ​ປະຊຸມ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ​ໂດຍ​ຢືນຢັນ​ຄວາມ​ເຫັນ​ດີ​ສືບ​ຕໍ່​ປະຕິບັດ​​ເນື້ອ​ໃນຈິດ​ໃຈ ​ແລະ ບັນດາ​ຫຼັກການ​ຂອງ DOC ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຊຸກຍູ້​ສັນ​ຕິ​ພາບ, ມິດຕະພາບ, ຄວາມ​ເຊື່ອ​ໝັ້ນຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​- ຈີນ. ບັນດາ​ການ​ນຳ​ອາ​ຊຽນ ​ແລະ ຈີນ ຢືນຢັນ​ຈະ​ສືບ​ຕໍ່​ປະຕິບັດ DOC ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ; ສືບ​ຕໍ່​ເພີ່ມ​ທະວີຄວາມ​ໝັ້ນຄົງ​ທາງ​ທະ​ເລ; ສົ່ງ​ເສີມ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ແກ້​ໄຂ​ການ​ພິດ​ພາດອະທິປະ​ໄຕ​ດ້ວຍ​ສັນຕິ​ວິທີ, ບໍ່​ນຳ​ໃຊ້ ​ຫຼື ນາບ​ຂູ່ຈະນຳ​ໃຊ້​ກຳລັງອາວຸດ, ບົນພື້ນຖານ​ບັນດາ​ຫຼັກການ​ຂອງ​ກົດໝາຍ​ສາກົນ, ​ເຊິ່ງລວມມີ​ສົນ​ທິສັນຍາ​ກົດໝາຍວ່າ​ດ້ວຍ​ທະ​ເລ​ປ​ີ 1982 (UNCLOS).

ຂ່າວ/ບົດ​ອື່ນ