ອາຊຽນ ໃກ້ຈະບັນລຸໄດ້ຄວາມເຫັນດີເຫັນພ້ອມໃນບັນຫາທະເລຕາເວັນອອກ
ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ແລະ ຄູ່ຕຳແໜ່ງ ກຳປູເຈຍ
(ພາບ: AFP)
(vovworld) – ວັນທີ 19/7, ທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Marty Natalegawa ໃຫ້ຮູ້ວ່າ: ບັນດາປະເທດສະມາຊິກ ອາຊຽນ ຢູ່ໃກ້ຈະເຫັນດີເຫັນພ້ອມ ຕໍ່ຖະແຫຼງການກ່ຽວກັບການພິພາດຢູ່ທະເລຕາເວັນອອກ. ເຖິງວ່າຍັງມີບັນດາຄວາມເຫັນທີ່ກົງກັນຂ້າມ, ແຕ່ໃນສະພາບຕົວຈິງ, ອາຊຽນຍັງມີຄວາມສາມັກຄີກັນ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນຫຼວງພະນົມເປັນ ປະເທດ ກຳປູເຈຍ, ພາຍຫຼັງການຢ້ຽມຢາມ ຫວຽດນາມ ແລະ ຟິລິບປິນ, ທ່ານລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ໃຫ້ຮູ້ວ່າ: ທ່ານພວມເຮັດວຽກເພື່ອກຳນົດ “ບັນດາທັດສະນະອັນເປັນພື້ນຖານຂອງ ອາຊຽນ ທີ່ມີຕໍ່ບັນຫາທະເລຕາເວັນອອກ”, ສິ່ງດັ່ງກ່າວຈະຊ່ວຍລົບລ້າງຂໍ້ສັງເກດທີ່ວ່າ: 10 ປະເທດ ອາຊຽນ ພວມຖືກແບ່ງແຍກ. ທ່ານ Natalegawa ໄດ້ສວມບົດບາດເປັນຄົນກາງໄກ່ເກ່ຍພາຍຫຼັງທີ່ບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ທີ່ຜ່ານມາ ຢູ່ ກຳປູເຈຍບໍ່ສາມາດພາໄປເຖິງທັດສະນະລວມ ກ່ຽວກັບບັນຫາພິພາດອະທິປະໄຕຢູ່ທະເລຕາເວັນອອກ. ສິ່ງດັ່ງກ່າວພາໄປເຖິງເລື່ອງ ເປັນຄັ້ງທຳອິດ, ທີ່ບັນດາກອງປະຊຸມ ອາຊຽນ ບໍ່ສາມາດອອກຖະແຫຼງການຮ່ວມໃນຕະຫຼອດ 45 ປີແຫ່ງການຄົງຕົວຂອງກຸ່ມນີ້ໄດ້.