ອາຊຽນ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືຕ້ານອາດຊະຍາກຳຂ້າມຊາດ

(VOVWORLD) -ກອງປະຊຸມຂັ້ນລັດຖະມົນຕີໄດ້ຮັບຮອງເອົາຖະແຫຼງການກ່ຽວກັບການຕ້ານອາດຊະຍາກຳຂ້າມຊາດ ໃນໄລຍະຫຼັງໂລກລະບາດໂຄວິດ-19
ອາຊຽນ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືຕ້ານອາດຊະຍາກຳຂ້າມຊາດ - ảnh 1ຝ່າຍ ຫວຽດນາມ ເຂົ້າຮ່ວມກອງປະຊຸມ
(ພາບ: TTXVN)

ວັນທີ 30 ກັນຍາ, ບັນດາເຈົ້າໜ້າທີ່ອາຊຽນ ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືຕ້ານອາດຊະຍາກຳຂ້າມຊາດ, ພິເສດແມ່ນໄລຍະຫຼັງໂລກລະບາດໂຄວິດ-19. ກອງປະຊຸມຂັ້ນລັດຖະມົນຕີ ແລະ ກອງປະຊຸມທີ່ກ່ຽວຂ້ອງໄດ້ຈັດຂຶ້ນແບບທາງໄກ ໃນລະຫວ່າງວັນທີ 28 – 30 ກັນຍາ, ພາຍໃຕ້ການເປັນປະທານຂອງປະເທດ ບຣຸໄນ.

        ກອງປະຊຸມຂັ້ນລັດຖະມົນຕີໄດ້ຮັບຮອງເອົາຖະແຫຼງການກ່ຽວກັບການຕ້ານອາດຊະຍາກຳຂ້າມຊາດ ໃນໄລຍະຫຼັງໂລກລະບາດໂຄວິດ-19, ຄາດວ່າຈະແມ່ນພື້ນຖານໃຫ້ແກ່ແຜນການ ອາຊຽນ ເພື່ອແນໃສ່ຕ້ານບັນດາທ່າອ່ຽງອາດຊະຍາກຳໃໝ່ສຸດຄື: ອາດຊະຍາກຳອິນເຕີແນັດ ແລະ ການເຄື່ອນໄຫວຄ້າເຖື່ອນຢູ່ເຂດຊາຍແດນ. ບັນດາລັດຖະມົນຕີກໍ່ເຫັນດີຮັບຮອງເອົາທິດທາງຮ່ວມມືເຂດຊາຍແດນ ອາຊຽນ, ໃນນັ້ນໄດ້ຍົກອອກຕາມມາດຕະການ ເພື່ອແນໃສ່ເພີ່ມທະວີຄວາມໝັ້ນຄົງຢູ່ບັນດາເຂດຊາຍແດນຂອງພາກພື້ນ ອາຊຽນ.

        ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ພ້ອມກັນຕີລາຄາສະພາບການໂລກ ແລະ ພາກພື້ນ ທີ່ສົ່ງຜົນກະທົບເຖິງການຜັນແປອາດຊະຍາກຳຂ້າມຊາດ; ເປັນເອກະພາບບັນດາມາດຕະການແກ້ໄຂເພື່ອຊຸກຍູ້ບັນດາເປົ້າໝາຍທີ່ໄດ້ວາງອອກໃນແຜນການກະທຳ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ ໄລຍະ 2016 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ