ພາບປະກອບ
|
(vovworld) - ວັນທີ 12/2, ຢູ່ Kualumpur, ປະເທດ ມາເລເຊຍ ໄດ້ດຳເນີນເວທີປາໄສການນຳວິສາຫະກິດ ອາຊຽນ. ເຂົ້າຮ່ວມເວທີປາໄສຄັ້ງນີ້ມີຜູ້ແທນເກືອບ 1000 ທ່ານທີ່ຕາງໜ້າໃຫ້ບັນດາບໍລິສັດ, ກຸ່ມບໍລິສັດ, ບັນດາລັດຖະບານ ແລະ ວົງການນັກຮຽນຮູ້ທີ່ມາຈາກບັນດາປະເທດສະມາຊິກ ອາຊຽນ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Najib Razak, ຢັ້ງຢືນວ່າ: ບຸລິມະສິດຂອງ ອາຊຽນ ແມ່ນຮັບປະກັນການຮ່ວມມືສ້າງຄວາມວັດທະນາຖາວອນ ແລະ ຈັດແບ່ງຢ່າງຍຸຕິທຳ, ເຮັດໃຫ້ການຮ່ວມມືດ້ານການເງິນ ເລິກເຊິ່ງກ່ວາອີກ ແລະ ຮັບປະກັນທຸກໆຂົງເຂດໃຫ້ບັນດາພື້ນຖານເສດຖະກິດເຂົ້າຮ່ວມປະຊາຄົມອາຊຽນ” ຢ່າງຄົບຖ້ວນ. ທ່ານ Najib Razak ກໍ່ເນັ້ນໜັກວ່າ: ເລື່ອງສ້າງຕັ້ງຕະຫຼາດ ແລະ ຮາກຖານການຜະລິດລວມ ອາຊຽນ ຈະສ້າງຄວາມສະເໝີພາບກັບບັນດາພື້ນຖານເສດຖະກິດໃຫຍ່ສຸດໃນໂລກ. ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ຖືວ່າ: ອາຊຽນ ເຊື່ອມໂຍງດ້ານເສດຖະກິດຈະມີຜົນປະໂຫຍດໃຫ້ທັງ 10 ປະເທດສະມາຊິກ, ນຳມາເຊິ່ງແລກປ່ຽນສິນຄ້າ, ບໍລິການ, ຄົນງານມີສີມືດີ ແລະ ທຶນຢ່າງເສລີກ່ວາອີກ. ຄວາມປອງດອງ ແລະ ຫັນເປັນມາດຖານ ການຄ້າ ແລະ ພາສີ, ຂັ້ນຕອນ ແລະ ລະບຽບການຈະຊ່ວຍຫລຸດຜ່ອນລາຍຈ່າຍໃນການພົວພັນແລກປ່ຽນ, ເຮັດໃຫ້ ອາຊຽນ ກາຍເປັນສະຖານທີ່ດຶງດູດການລົງທຶນກ່ວາອີກ ແລະ ເພີ່ມທະວີລັກສະນະແກ້ງແຍ້ງໃນການສົ່ງອອກ, ຈາກນັ້ນພາໄປເຖິງການສ້າງກຳລັງເສດຖະກິດໃໝ່ຢູ່ພາກພື້ນ.