ອາຊຽນປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງຍ້ອນການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ຕາມບົດລາຍງານແລ້ວ, ຮອດປີ 2050, ລະດັບການເຕີບໂຕ GDP ຂອງ ອາຊຽນ ມີຄວາມສ່ຽງຈະຫຼຸດລົງກວ່າ 35% ຍ້ອນສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດທຳມະຊາດສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຂະແໜງການຫຼັກແຫຼ່ງ
ອາຊຽນປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງຍ້ອນການປ່ຽນແປງຂອງດິນຟ້າອາກາດ - ảnh 1ໄພພິບັດທຳມະຊາດສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຂະແໜງການຫຼັກແຫຼ່ງ
(ພາບປະກອບ: TTXVN)

ຕາມບົດລາຍງານໜຶ່ງຂອງມະຫາວິທະຍາໄລເຕັກໂນໂລຊີ Nanyang (NTU, ສິງກະໂປ) ແລະ ມະຫາວິທະຍາໄລ Glasgow (ອັງກິດ) ທີ່ປະກາດຢູ່ກອງປະຊຸມບັນດາຝ່າຍໄດ້ເຂົ້າຮ່ວມ ສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 26 (COP26) ໄດ້ຊີ້ແຈ້ງໄພນາບຂູ່ຕໍ່ເສດຖະກິດຍ້ອນໄພພິບັດຂອງດິນຟ້າອາກາດສຳລັບພາກພື້ນ ອາຊຽນ, ໄດ້ເນັ້ນໜັກບັນດາຜົນກະທົບຂອງປະກົດການດິນຟ້າອາກາດຮ້າຍແຮງຢູ່ພາກພື້ນນີ້. ຕາມບົດລາຍງານແລ້ວ, ຮອດປີ 2050, ລະດັບການເຕີບໂຕ GDP ຂອງ ອາຊຽນ ມີຄວາມສ່ຽງຈະຫຼຸດລົງກວ່າ 35% ຍ້ອນສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດທຳມະຊາດສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຂະແໜງການຫຼັກແຫຼ່ງຄື ກະສິກຳ, ການທ່ອງທ່ຽວ ແລະ ການປະມົງ, ພ້ອມນັ້ນໄດ້ສົ່ງຜົນສະທ້ອນບໍ່ດີຕໍ່ສຸຂະພາບຂອງມະນຸດ ແລະ ສະມັດຕະພາບການອອກແຮງງານ.

ບົດລາຍງານໄດ້ຮຽກຮ້ອງໃຫ້ລັດຖະບານບັນດາປະເທດປະຕິບັດນະໂຍບາຍໃຫຍ່, ເພີ່ມທະວີຄວາມສາມາດຕ້ານທານກັບໄພພິບັດທຳມະຊາດ ແລະ ສຸມໃສ່ກະກຽມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ