ອາຊຽນເຊີດຊູບັນດານັກກິລາໂອລິມປິກ ແລະ ປາຣາລິມປິກ ລີໂອ 2016
ອາຊຽນເຊີດຊູບັນດານັກກິລາໂອລິມປິກ
ແລະ ປາຣາລິມປິກ ລີໂອ 2016
(ພາບ: vietnamplus.vn)
(vovworld) - ວັນທີ 30/11, ຄະນະເລຂາອາຊຽນໄດ້ຈັດຕັ້ງພິທີເຊີດຊູບັນດານັກກິລາອາຊຽນ ທີ່ແຂ່ງຂັນຢູ່ ໂອລິມປິກ ແລະ ປາຣາລິມປິກເກມ ລີໂອ 2016. ຜູ້ຕາງໜ້າບັນດາຄະນະປະຈຳບັນດາປະເທດຢູ່ອາຊຽນ ແລະ ຄູ່ຮ່ວມມືຄື ລາວ, ມາເລເຊຍ, ຟີລິບປິນ, ໄທ, ຫວຽດນາມ, ອົດສະຕາລີ ແລະ ບຣາຊິນ ໄດ້ເຂົ້າຮ່ວມເຫດການດັ່ງກ່າວ. ບັນດານັກກິລາທີ່ມາຈາກປະເທດສະມາຊິກອາຊຽນເຂົ້າຮ່ວມການແຂ່ງຂັນຢູ່ໂອລິມປິກ ແລະ ປາຣາລິມປິກໄດ້ນຳມາເຊິ່ງຄວາມເອກອ້າງທະນົງໃຈໃຫ້ພາກພື້ນ ເມື່ອຍາດໄດ້ຫຼຽນທັງໝົດ 49 ຫຼຽນ. ບັນດາຜົນງານນີ້ໄດ້ສ້າງສະຖິຕິໃໝ່ໃຫ້ພາກພື້ນ ແລະ ປະກອບສ່ວນນຳອາຊຽນກາຍເປັນພາກພື້ນມີກຳລັງຄວາມສາມາດແກ່ງແຍ້ງສູງໃນແຜນທີ່ກິລາໂລກ. ຕາງໜ້າໃຫ້ນັກກິລາອາຊຽນທັງໝົດ, ນັກກິລາຫວຽດນາມທີ່ຄວ້າໄດ້ຫຼຽນຄຳໂອລິມປິກ ຮວ່າງຊວນວິງ ກ່າວປາໄສໂດຍເໜັ້ນໜັກວ່າ: “ ການແຂ່ງຂັນແຕ່ລະຄັ້ງ ແມ່ນໂອກາດເພື່ອໃຫ້ມີບັນດາໝູ່ເພື່ອນໃໝ່. ຂ້າພະເຈົ້າເຊື່ອໝັ້ນວ່າ ພວກເຮົາຈະມີຜົນງານຫຼາຍກວ່າໃນອະນາຄົດເພື່ອໃຫ້ພວກເຮົາ-ອາຊຽນພົ້ນເດັ່ນໃນແຜນທີ່ໂລກ”.