ອາຊຽນເປີດສະຫຼອງສູນຄົ້ນຄວ້າພັດທະນາແບບຍືນຍົງຢູ່ໄທ

(VOVWORLD) -ສູນເຈລະຈາ ແລະ ຄົ້ນຄວ້າພັດທະນາແບບຍືນຍົງອາຊຽນ (ACSDS) ຈະເປີດສະຫຼອງຢ່າງເປັນທາງການທີ່ພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ຢູ່ໄທ ໃນວັນທີ 03 ພະຈິກ, ຈະມາເຖິງ.

ເລື່ອງສ້າງຕັ້ງສູນ ACSDS ແມ່ນໜຶ່ງໃນບັນດາຫົວຂໍ້ບຸລິມະສິດລະອຽດຂອງໄທ ໃນປີປະທານອາຊຽນ 2019, ເຊິ່ງໄທ ຖືວ່າແມ່ນສ່ວນໜຶ່ງຂອງແຜນການລົງທຶນໃຫ້ແກ່ອະນາຄົດແບບຍືນຍົງຂອງອາຊຽນ. ACSDS ຈະສວມບົດບາດສຳຄັນໃນການຊຸກຍູ້ການຮ່ວມມືພັດທະນາແບບຍືນຍົງຢູ່ພາກພື້ນ ຜ່ານການປະຕິບັດບັນດາການຄົ້ນຄວ້າ, ສ້າງກຳລັງຄວາມສາມາດຂອງບັນດາປະເທດສະມາຊິກອາຊຽນ ແລະ ຊຸກຍູ້ການເຈລະຈາ ກໍຄືການຮ່ວມມືລະອຽດໃນອາຊຽນ ແລະ ກັບບັນດາຄູ່ຮ່ວມມືຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ