ອາຊຽນເພີ່ມທະວີການແບ່ງປັນຂໍ້ມູນກ່ຽວກັບບັນຫາຊາວຕ່າງປະເທດ ເຂົ້າຕັ້ງຖີ່ນຖານ

ອາຊຽນເພີ່ມທະວີການແບ່ງປັນຂໍ້ມູນກ່ຽວກັບບັນຫາຊາວຕ່າງປະເທດ ເຂົ້າຕັ້ງຖີ່ນຖານ - ảnh 1

ທ່ານຮອງນາຍົກລັດຖະມົນຕີກຳປູ​ເຈຍ Sar Khengທີ່ກອງປະຊຸມ

(vovworld) - ​ຕອນ​ເຊົ້າ​ວັນ​ທີ 8/9, ຢູ່​ນະຄອນຫຼວງ​ພະນົມ​ເປັນ, ກຳປູ​ເຈຍ, ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ຮັບຜິດຊອບ​ບັນຫາ​ຊາວ​ຕ່າງປະ​ເທດເຂົ້າຕັ້ງ​ຖີ່​ນຖານ​ຂອງບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ເລີ່​ມດຳ​ເນີນປະຊຸມ ​ເພື່ອ​ປຶກສາ​ຫາລື​ວິທີ​ແບ່ງປັນ​ຂໍ້​ມູນ ​ແລະ ການ​ຮ່ວມ​ມື​ກ່ຽວ​ກັບບັນຫາຊາວ​ຕ່າງປະ​ເທດ ເຂົ້າຕັ້ງ​ຖີ່​ນຖານ​​ໃນ​ພາກ​ພື້ນ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ ​ເລ​ແທງ​ຢຸງ, ຫົວໜ້າ​ກົມ​ຄຸ້ມ​ຄອງ​ເຂົ້າ​ອອກ​ເມືອງ, ກະຊວງ​ຕຳຫຼວດ​ຫວຽດນາມ ນຳ​ໜ້າ. ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ​ລັດຖະມົນຕີ​ວ່າການກະຊວງ​ພາຍ​ໃນ​ກຳປູ​ເຈຍ Sar Kheng, ຖື​ວ່າ​, ການ​ເພີ່ມ​ທະວີ​ການ​ແບ່ງປັນ​ຂໍ້​ມູນ​ແມ່ນ​ເຄື່ອງມື​ທີ່​ມີ​ປະສິດທິ​ຜົນ ຊ່ວຍ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ຮັບ​ມື​ກັບ​ບັນຫາຊາວ​ຕ່າງປະ​ເທດເຂົ້າຕັ້ງ​ຖີ່​ນຖານ​ຢ່າງ​ຜິດ​ກົດໝາຍ.

“ປີ 2015 ​ແມ່ນ​ປີ​ທີ່​ມີ​ຄວາມ​ສະ​ກວດ​ຫຼາຍ​ຢ່າງ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ. ພ້ອມ​ກັນ​ນັ້ນ, ສະພາບ​ການ​ອົບ​ພະຍົບຢ່າງ​ຜິດ​ກົດໝາຍ​ໃນ​ພາກ​ພື້ນ​ກໍ່​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ອັນ​ໄດ້​ເປັນ​ການ​ທ້າ​ທາຍ​ຫຼາຍ​ຢ່າງ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ໃນ​ກຸ່ມ. ຈາກ​ຄວາມ​ຈິງ​ດັ່ງກ່າວ, ຂ້າພະ​ເຈົ້າ​ຮຽກຮ້ອງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ມີ​ມາດ​ຕະການ​ແກ້​ໄຂຢ່າງ​ທັນ​ການ​, ຮັບ​ມື​ກັບ​ອາດ​ສະ​ຍາ​ກຳ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ບໍລິ​ເວນ​ໂດຍ​ໄວ ​“.

 

ຂ່າວ/ບົດ​ອື່ນ