ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ
ພາບ:TTXVN
|
(vovworld)- ວັນທີ 20/10 ຢູ່ ຈາກາຕາ ປະເທດ ມາເລເຊຍ, ຄະນະເລຂາອາຊຽນ ໄດ້ໄຂລາຍການຮ່ວມມື ລະຫວ່າງ ສະຫະພາບເອີລົບ - ອາຊຽນ ກ່ຽວກັບການອົບພະຍົບ ແລະ ຄຸ້ມຄອງຊາຍແດນໄລຍະ 2. ນີ້ແມ່ນໄລຍະຕໍ່ໄປຂອງການເຄື່ອນໄຫວຮ່ວມມື ລະຫວ່າງ ອາຊຽນ ແລະ ອີຢູ ພາຍຫລັງໂຄງການທົດລອງເປີດກວ້າງເຄືອຂ່າຍ Interpol ແຫ່ງຊາດໄດ້ຮັບການປະຕິບັດ ຢູ່ ກຳປູເຈຍ ແລະ ຫວຽດນາມ ສຳເລັດຜົນໃນປີ 2012. ກ່າວຄຳເຫັນນະທີ່ນີ້, ທ່ານ ບູ່ຍຈີເຟືອງ, ຫົວຫນ້າກົມການຕ່າງປະເທດ ຂຶ້ນກັບກະຊວງຕຳຫລວດຫວຽດນາມ, ຫົວຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມລາຍການ ໃຫ້ຮູ້ວ່າ: ຫວຽດນາມແມ່ນສະມາຊິກຕັ້ງຫນ້າເຂົ້າຮ່ວມລາຍການນັບແຕ່ໄລຍະຕົ້ນ ແລະຈະສືບຕໍ່ມີຄຳໝັ້ນສັນຍາປະຕິບັດໄລຍະ 2 ຂອງລາຍການຢ່າງມີປະສິດທິຜົນ. ໃນລາຍການນີ້ ອີຢູ ຈະຫນູນຊ່ວຍບັນດາປະເທດ ອາຊຽນ, ໃນນັ້ນ ມີຫວຽດນາມ ຍົກສູງກຳລັງຄວາມສາມາດ ກ່ຽວກັບການຄວບຄຸມສະພາບອົບພະຍົບພາຍໃນກຸ່ມ ຫລື ວຽກງານເຂົ້າອອກເມືອງຂອງບັນດາພົນລະເມືອງໃນບັນດາປະເທດອາຊຽນ ພ້ອມທັງຮັບປະກັນຄວາມສະຫງົບປອດໄພໃນການກວດກາຊາຍແດນ.