(VOVWORLD) -
ໃນອາທິດ, ສະພາແຫ່ງຊາດ ຈະສະຫງວນເວລາ 1 ມື້ ເພື່ອປຶກສາຫາລືກ່ຽວກັບບັນດາບົດລາຍງານຂອງທ່ານຫົວໜ້າສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ວຽກງານປ້ອງກັນ, ຕ້ານອາດຊະຍາກຳ ແລະ ລະເມີດກົດໝາຍ; ວຽກງານດຳເນີນຄະດີ; ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ປີ 2023.
ວາລະປະຊຸມໜຶ່ງຂອງສະພາແຫ່ງຊາດ (ພາບ: TTXVN)
|
ວັນທີ 20 ພະຈິກ, ສະພາແຫ່ງຊາດຫວຽດນາມ ໄດ້ເລີ່ມອາທິດເຮັດວຽກທີ 4 ຂອງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຊຸດທີ XV, ດ້ວຍບັນດາວາລະປຶກສາຫາລືສຸມໃສ່ວຽກງານນະຕິບັນຍັດ ແລະ ຕິດຕາມກວດກາ.
ໃນອາທິດ, ສະພາແຫ່ງຊາດ ຈະສະຫງວນເວລາ 1 ມື້ ເພື່ອປຶກສາຫາລືກ່ຽວກັບບັນດາບົດລາຍງານຂອງທ່ານຫົວໜ້າສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ; ວຽກງານປ້ອງກັນ, ຕ້ານອາດຊະຍາກຳ ແລະ ລະເມີດກົດໝາຍ; ວຽກງານດຳເນີນຄະດີ; ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ປີ 2023.
ໃນອາທິດນີ້, ສະພາແຫ່ງຊາດຈະປຶກສາຫາລືກ່ຽວກັບວຽກງານການຕິດຕາມກວດກາ ໃນການແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ທີ່ໄດ້ສົ່ງມາກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດ ຊຸດທີ XV; ປືກສາຫາລືກ່ຽວກັບໝາກຜົນການຕ້ອນຮັບພົນລະເມືອງ, ແກ້ໄຂໃບຮ້ອງທຸກຮ້ອງຟ້ອງຂອງພົນລະເມືອງປີ 2023.