(ພາບປະກອບ: ອິນເຕີແນັດ)
(vovworld): ວັນທີ 20/1, ກະຊວງພາຍໃນອານເຊຣີ ໃຫ້ຮູ້ວ່າ: ພວກກໍ່ການຮ້າຍທັງໝົດ 32 ຄົນໄດ້ຖືກດັບສູນໃນບັ້ນກູ້ເອົາຊີວິດຕົວປະກັນທີ່ແກ່ຍາວໃນ 2, 3 ມື້ຜ່ານມາຢູ່ຮາກຖານອາຍແກດ In Amenas ແຂວງ Illzi ທາງພາກໃຕ້ອານເຊຣີ. ມີຕົວປະກັນ 23 ຄົນຖືກເສຍຊີວິດໃນບັ້ນກູ້ເອົາຊີວິດຕົວປະກັນດັ່ງກ່າວ. ໃນຂະນະນັ້ນ, ສຳນັກຂ່າວສານ AFP ຂອງຝະລັ່ງ ໃຫ້ຂ່າວວ່າ: ໂທລະພາບເອກະຊົນ Annahar ໃຫ້ຮູ້ວ່າ ກຳລັງປ້ອງກັນຄວາມສະຫງົບໄດ້ຊອກເຫັນຊາກສົບຕົວປະກັນ 25 ຄົນ. ປະຈຸບັນ, ບໍ່ທັນຮູ້ແຈ້ງວ່າ ບັນດາຜູ້ປະສົບເຄາະຮ້າຍນີ້ແມ່ນຜູ້ປະສົບເຄາະຮ້າຍໃນບັນຊີລາຍຊື່ໂດຍກະຊວງພາຍໃນອາເຊຣີ ປະກາດຫຼືບໍ່. ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ກ່າວປະນາມເຫດການລອບຈັບຕົວປະກັນຢູ່ອາເຊຣີ ຢ່າງແຮງ, ພ້ອມທັງເນັ້ນໜັກວ່າ ຕ້ອງນຳບັນດາຜູ້ດຳເນີນການບຸກໂຈມຕີ ແລະ ບັນດາເປົ້າໝາຍໜູນຊ່ວຍຂຶ້ນສານພິພາກສາ.