ອານເຊຣີປະກາດຈຳນວນຊາວ ຕ່າງປະເທດເສຍຊີວິດໃນເຫດ ລອບຈັບຕົວປະກັນ

ອານເຊຣີປະກາດຈຳນວນຊາວ ຕ່າງປະເທດເສຍຊີວິດໃນເຫດ ລອບຈັບຕົວປະກັນ - ảnh 1
(ພາບ:
qdnd.vn)

(vovworld)- ​ວັນ​ທີ 21/1, ທ່ານ​ນາຍົກລັດ​ຖະມົນຕີ​ອານ​ເຊຣີ Abdelmalek Sellal ​ໄດ້ະກາດ​ຢ່າງ​ເປັນ​ທາງ​ການ​ວ່າ​ມີ​ຕົວ​ປະກັນ​ທັງ​ໝົດ 38 ຄົນ, ​ໃນ​ນັ້ນມີ​ຊາວ​ຕ່າງປະ​ເທດ 37 ຄົນ ​ແລະ ຊາວ​ອາ​ເຊຣີ 1 ຄົນ​ຖືກ​ເສຍ​ຊີວິດ​ໃນ​ເຫດການ​ລອບ​ຈັບ​ຕົ​ວປະກັນ​ທີ່​ແກ່ຍາວ​ເປັນ​ເວລາ 4 ວັນ (ຄື​ແຕ່​ວັນ​ທີ 16/1) ຢູ່​ໜ່ວຍ​ປະສົມ​ຂຸດ​ຄົ້ນອາຍ​ແກັດ In Amenas ທາງ​ພາກ​ໃຕ້​ປະ​ເທດ​ນີ້. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ທີ່​ນະຄອນຫຼວງ Algers, ທ່ານ​ນາຍົກລັດ​ຖະມົນຕີ​ອານ​ເຊຣີ Abdelmalek  Sellal ​ໃຫ້​ຮູ້​ວ່າ: ປະຈຸ​ບັນ​ຍັງ​ມີ​ຊາວ​ຕ່າງປະ​ເທດ 5 ຄົນ​ຖືກ​ຫາຍ​ສາບ​ສູນ. ທ່ານ​ຍັງ​ແຈ້ງ​ໃຫ້​ຊາບ​ວ່າ: ມື​ປືນ 32 ຄົນ​ທີ່​ໄດ້​ຈັບ​ຕົວ​ປະກັນ​ລ້ວນ​ແຕ່​ແຊກ​ຊືມ​ເຂົ້າອານ​ເຊຣີ ຈາກ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ມາລີ ຊື່​ງ​ໃນ​ນັ້ນມີ​ຊາວ​ອານ​ເຊຣີ 3 ຄົນ ​ແລະ ສ່ວນ​ຍັງ​ເຫຼືອ​ແມ່ນ​ຊາວ​ຕ່າງປະ​ເທດ. ກຳລັງ​ປະຕິບັດ​ໜ້າ​ທີ່​ພິ​ເສດ​ອານ​ເຊຣີ ​ໄດ້​ຈັບ​ຕົວ​ຜູ້​ທີ່ໄດ້ຈັບ​ຕົວ​ປະກັນ 3 ຄົນ ​ແລະ ດັບ​ສູນ 29 ຄົນ, ​ໃນ​ນັ້ນມີ​ຫົວ​ໂປ່ Mohamed el-Amine Bencheneb, ມື​ປືນ​ຊາວ​ອານ​ເຊຣີ. ​ໃນ​ຈຳນວນ​ຕົວ​ປະກັນ​ຖືກ​ເສຍ​ຊີວິດ​ມີ​ຊາວ​ຝະລັ່ງ 1 ຄົນ, ຊາ​ວອາ​ເມ​ລິ​ກາ 1 ຄົນ, ຊາວຣູມາ​ນີ 2 ຄົນ, ຊາວ​ອັງກິດ 3 ຄົນ, ຊາວ​ຟີ​ລິບ​ປິນ 6 ຄົນ ​ແລະ ຊາວ​ຍີ່ປຸ່ນ 7 ຄົນ.

 

 

 

ຂ່າວ/ບົດ​ອື່ນ