Bahrun Naim, ທະຫານກະບົດຂອງ IS
(ພາບ: www.konfrontasi.com)
|
Vovworld - ວັນທີ 15/1, ແຫຼ່ງຂ່າວຈາກອົງການປ້ອງກັນຄວາມສະຫງົບ ອານເຢຣີ ໃຫ້ຮູ້ວ່າ: ຕຳຫຼວດແຂວງ Boumerdes ໄດ້ທັບມ້າງເຄືອຂ່າຍກໍ່ການຮ້າຍເຊິ່ງລວມມີ 21 ຄົນ, ໃນນັ້ນມີແມ່ຍິງ 8 ຄົນ ເຄື່ອນໄຫວໃຫ້ກຸ່ມກະບົດ “ລັດອິດສະລາມ” (IS) ອ້າງຊື່ເອງ. ໃນບັນດາການປິດລ້ອມຢູ່ເຂດຊານນະຄອນ ອານເຢຣີ, ນະຄອນຫຼວງ ອານເຢຣີ, ຕຳຫຼວດກໍໄດ້ຈັບຕົວຊາຍ 13 ຄົນອື່ນໃນເຄືອຂ່າຍກໍ່ການຮ້າຍນີ້ ເຊິ່ງເຄີຍເກນທະຫານໃນໝູ່ຊາວໜຸ່ມເຂົ້າເຮັດວຽກໃຫ້ IS ຜ່ານແວບໄຊສື່ສັງຄົມ. ໃນຂະນະນັ້ນ, ຢູ່ ອິນໂດເນເຊຍ, ໃນການຂັບໄລ່ຢູ່ເມືອງ Cirebon ແຂວງ Java ຕາເວັນຕົກ, ຕຳຫຼວດປະເທດນີ້ໄດ້ຈັບຕົວ 3 ຄົນທີ່ຖືກສົງໄສມີສ່ວນກ່ຽວຂ້ອງກັບ IS. ກຳລັງຕຳຫຼວດພິເສດຕ້ານກໍ່ການຮ້າຍພວມດຳເນີນການສອບປາກຄຳບັນດາເປົ້າໝາຍດັ່ງກ່າວ.