(vovworld) - ຄະນະກຳມະການເລືອກຕັ້ງເອກະລາດ (IEC) ຂອງອາບການິດສຖານ ໄດ້ປະກາດວ່າ ການເລືອກຕັ້ງປະທານາທິບໍດີຂອງປະເທດນີ້ຈະຖືກຈັດຂຶ້ນໃນວັນທີ 5/4/2014, ກ່ອນທີ່ທະຫານປະສົມໂດຍອົງການ NATO ນຳໜ້າຈະຖອນອອກຈາກປະເທດນີ້ 2 – 3 ເດືອນ. ນີ້ຈະແມ່ນການເລືອກຕັ້ງປະທານາທິບໍດີຄັ້ງທີ 3 ຢູ່ອາບການິດສຖານ ນັບແຕ່ເມື່ອລະບອບ ຕາລີບານ ຖືກໂຄ່ນລົ້ມເມື່ອປີ 2001. ຕາມລັດຖະທຳມະນູນອາການິດສຖານ ແລ້ວ, ພາຍຫຼັງ 2 ອາຍຸການນຳພາປະເທດຊາດ ທ່ານປະທານາທິບໍດີ Hamid Karzai ຈະບໍ່ໄດ້ເຂົ້າຮ່ວມການອອກສະໝັກຮັບເລືອກຕັ້ງອີກ. ແຈ້ງການໄດ້ຍົກອອກມາໃນຂະນະທີ່ມີຫຼາຍຄົນວິຕົກກັງວົນວ່າ ບັນດາກຳລັງປ້ອງກັນຄວາມສະຫງົບພາຍໃນປະເທດນີ້ມີຄວາມສາມາດຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ການເລືອກຕັ້ງໃນປີ 2014 ໄດ້ ຫຼື ບໍ່ເມື່ອທະຫານອາເມລິກາ ແລະ NATO ຖອນອອກຈາກອາບການິດສຖານ. ທ່ານປະທານາທິບໍດີ Hamid Karzai ໄດ້ເວົ້າວ່າ ການເລືອກຕັ້ງປະທານາທິບໍດີອາບການິດສຖານ ຈະດຳເນີນໄປໃນປີ 2014, ກ່ອນທີ່ໝົດອາຍຸການປະທານາທິບໍດີຂອງທ່ານ ແລະ ທ່ານເຊື່ອໝັ້ນວ່າ ກຳລັງອາບການິດສຖານ ນີ້ຈະມີຄວາມສາມາດພຽງພໍເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ເຫດການນີ້.