ອາບການິດສະຖານ ຈັບຕົວ ຜູ້ບັນຊາການສຳຄັນຂອງ ຕາລີບານ
(VOVWORLD) - ປັດຈຸບັນ, ກຳລັງ ຕາລີບານ ຍັງບໍ່ມີຄຳຄິດເຫັນຫຍັງກ່ຽວກັບຂໍ້ມູນອາບການິດສະຖານ ຈັບຕົວ ຜູ້ບັນຊາການສຳຄັນຂອງ ຕາລີບານ.
ບັນດາມືປືນທີ່ໄດ້ຖືວ່າແມ່ນສະມາຊິກຂອງ ຕາລີບານຖືກຈັບຕົວຢູ່ Jalalabad, ອາບການິດສະຖານ
(ພາບ: AFP/TTXVN)
|
ວັນທີ 5 ມັງກອນ, ກຳລັງປ້ອງກັນຄວາມສະຫງົບ ອາບການິດສະຖານ ປະກາດວ່າ ໄດ້ຈັບຕົວໄດ້ ຜູ້ບັນຊາການຫຼັກແຫຼ່ງຂອງ ກຳລັງ ຕາລີບານ ຢູ່ ແຂວງ Faryab ພາກເໜືອ ຂອງປະເທດນີ້. ຜູ້ບັນຊາການຫຼັກແຫຼ່ງຂອງ ຕາລີບານ Quari Nizamudin ຖືກຕຳຫຼວດຈັບຕົວໃນຂະນະທີ່ກຳລັງຊອກຫາວິທີເຂົ້ານະຄອນ Maimana ໃນຕອນຄ່ຳວັນທີ 4 ມັງກອນ.