ອາບການິດສະຖານ: ມີຄົນຖືກເສຍຊີວິດ ແລະ ຮັບບາດເຈັບ ນັບ 10 ຄົນ ໃນເຫດວາງລະເບີດສະຫຼະຊີບ ຢູ່ນະຄອນຫຼວງ Kabul

(VOVWORLD) -ວັນທີ 12 ພະຈິກ, ວົງການເຈົ້າໜ້າທີ່ ອາບການິດສະຖານ ໄດ້ແຈ້ງໃຫ້ຊາບວ່າ ມີພົນລະເມືອງ 6 ຄົນ ຖືກເສຍຊີວິດ ແລະ 20 ຖືກຮັບບາດເຈັບໃນເຫດວາງລະເບີດສະຫຼະຊີບ ທີ່ເກີດຂຶ້ນກ່ອນໜ້ານັ້ນ ຢູ່ນະຄອນຫຼວງ Kabul. ອົງການ “ລັດອິດສະລາມ” ຫຼື IS ໄດ້ປະກາດວ່າ ເປັນອົງການດໍາເນີນເຫດບຸກໂຈ່ມຕີດັ່ງກ່າວ.

ທ່ານ Najib Danish ໂຄສົກກະຊວງພາຍໃນ ອາບການິດສະຖານ ໃຫ້ຮູ້ວ່າ ເຫດວາງລະເບີດສະຫຼະຊີບ ຖືກເກີດຂຶ້ນຢູ່ຕໍ່ໜ້າໂຮງຮຽນມັດທະຍົມຕອນປາຍ Istiqlal ຢູ່ໃຈກາງນະຄອນຫຼວງ Kabul ເຊິ່ງໃກ້ກັບເຂດປະຊາຊົນຫຼາຍຄົນຂອງປະເທດນີ້ພວມເຕົ້າໂຮມກັນ ຄັດຄ້ານບັນດາການບຸກໂຈ່ມຕີຂອງ ຕາລີບານ ເພື່ອແນໃສ່ພໍ່ແມ່ພີ່ນ້ອງຊາວເຜົ່າສ່ວນໜ້ອຍ Hazara. ເຫດວາງລະເບີດເກີດຂຶ້ນເມື່ອປະຊາຊົນນັບພັນຄົນພວມເດີນຂະບວນປະທ້ວງ, ເຊິ່ງໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ເພື່ອແນໃສ່ຮຽກຮ້ອງອໍານາດການປົກຄອງຜັນຂະຫຍາຍກໍາລັງຮັບຜິດຊອບລົງໄປເມືອງແຫ່ງຕ່າງໆ ທີ່ມີພໍ່ແມ່ພີ່ນ້ອງຊາວເຜ່ົາສ່ວນໜ້ອຍ Hazara  ດໍາລົງຊີວິດຢູ່ແຂວງ Ghazni, ເຊິ່ງເປັນບ່ອນຖືກຮັບມືກັບການບຸກໂຈ່ມຕີຄັ້ງຕ່າງໆ ຈາກກໍາລັງ ຕາລີບານ.

ຕອບກັບ

ຂ່າວ/ບົດ​ອື່ນ