ອາບການິສຖານປົກປ້ອງຂໍ້ຕົກລົງ ປ່ອຍຕົວນັກໂທດ

ອາບການິສຖານປົກປ້ອງຂໍ້ຕົກລົງ ປ່ອຍຕົວນັກໂທດ - ảnh 1
ຄ້າຍ​ຄຸມ​ຂັງ Bgram
(ພາບ: AP)

(vovworld)- ພາຍຫຼັງ​ທີ່​ອຳນາດ​ການ​ການ​ປົກຄອງ​ຂອງ​ ປະທານາທິບ​ໍດີ​ Barak Obama ກ່າວ​ສະ​ແດງ​ຄວາມ​ວິຕົກ​ກັ່ງ​ວົນ​ຕໍ່​ຂໍ້​ຕົກລົງ​ຂອງ​ອາບ​ກາ​ນິສຖານ​ທີ່​ປ່ອຍ​ຕົວ​ນັກ​ໂທດ ນັບ​ຮ້ອຍ​ຄົນ, ລັດຖະບານ ອາບ​ກາ​ນິສຖານ​ໄດ້​ຢືນຢັນ​ເມື່ອ​ວັນ​ທີ 11/1 ວ່າ  ນັກ​ໂທດ​ສ່ວນ​ຫຼາຍ​ໃນ​ຈຳນວນ​ດັ່ງກ່າວ​ຊຶ່ງ​ພວມ​ປະຕິບັດ​ໂທດ​ຢູ່​ຄ້າຍ​ຄຸມ​ຂັງ Bgram ແມ່ນ​ບໍ່​ມີ​ການ​ກະທຳ​ຜິດ. ຖະ​ແຫຼ​ງການ​ໄດ້​ຄັດ​ສະ​ເໜີ​ບົດ​ລາຍງານ​ຂອງ​ຜູ້ອຳນວຍການ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ອາບ​ກາ​ນິສຖານ ທີ່​ການ​ປະຊຸມ​ເມື່ອ​ວັນ​ທີ 9/1, ​ໂດຍ​ຢືນຢັນ​ວ່າ ມີ​ນັກ​ໂທດ​ເຖິງ 45 ຄົນ​ໃນ​ ຄ້າຍ​ຄຸມ​ຂັງ Bgram ແມ່ນ​ບໍ່​ມີ​ການ​ກະທຳ​ຜິດ ​ເພາະວ່າ​ບໍ່​ມີ​ພະຍາຍ​ຫຼັກ​ຖານ​ຢັ້ງຢືນການ​ເຂົ້າ​ຮ່ວມ​ຂອງ​ເຂົາ​ເຈົ້າ​ໃນ​ບັນດາ​ການ​ເຄື່ອ່ນ​ໄຫວ​ຄັດຄ້ານ. ນອກຈາກ​ນັ້ນ, ມີ​ເປົ້າ​ໝາຍ​ອື່ນ 27 ຄົນ​ພຽງ​ແຕ່​ປະ​ເຊີນ​ໜ້າ​ກັບ​ຄຳ​ກ່າວ​ຫາ​ໃນ​ສະຖານ​ລະ​ຫຸ​ໂທດ.

ຂ່າວ/ບົດ​ອື່ນ