ອາຣັບບິ ຊາອຸດິ ຈັດພິທີ ນະມັດສະການ Umrah ຢູ່ Mecca ຄືນໃໝ່ພາຍຫຼັງ 6 ເດືອນ
(VOVWORLD) -ນັບແຕ່ເມື່ອ ອາຣັບບິ ຊາອຸດິດ ປະຕິບັດການຈົດທະບຽນແຕ່ວັນທີ 27 ກັນຍາສຳລັບບັນດາຜູ້ທີ່ມີຄວາມມຸ່ງຫວັງປະຕິບັດພິທີ Umrah, ປະເທດນີ້ກໍ່ໄດ້ອອກໃບອະນຸຍາດ 108.041 ສະບັບ ໃຫ້ ສາສະນິກະຊົນຮອດວັນທີ 1 ຕຸລາ.
ຜູ້ນະມັດ ສະການ ທີ່ປະຕິບັດພິທີຢູ່ Kaaba ກໍ່ລ້ວນແຕ່ໃສ່ຜ້າອັດປາກ- ດັງ (ພາບ: AFP/TTXVN) |
ວັນທີ 4 ຕຸລາ, ອາຣັບບິ ຊາອຸດິ ຈັດພິທີນະມັດສະການ Umrah ຢູ່ Mecca ຄືນໃໝ່ພາຍຫຼັງ ການຢຸດຕິຊົ່ວຄາວເປັນເວລາ 6 ເດືອນ ແຕ່ຕ້ອງຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການກ່ຽວກັບການຄຸວບຄຸມໂລກລະບາດ Covid - 19 ຢ່າງເຂັ້ມງວດ. ອົງການໃຫຍ່ ຄຸ້ມຄອງບັນດາບັນຫາ ຫໍທຳມະສະພາໃຫຍ່ ແລະ ຫໍທຳມະສະພານັກທຳນາຍ ໃຫ້ຮູ້ວ່າ ກຸ່ມນະມັດສະການທຳອິດໄດ້ມາຮອດ ແລະ ປະຕິບັດພິທີ Umrah ຢູ່ ຫໍທຳມະສະພາໃຫຍ່ ຂອງ Mecca ໃນຕອນເຊົ້າວັນທີ 4 ຕຸລາ. ຕາມຮູບພາບທີ່ໄດ້ເອົາລົງໃນສື່ສັງຄົມອອນລາຍນີ້ສະແດງໃຫ້ເຫັນວ່າ ຜູ້ນະມັດ ສະການ ທີ່ປະຕິບັດພິທີຢູ່ Kaaba ກໍ່ລ້ວນແຕ່ໃສ່ຜ້າອັດປາກ- ດັງ.
ນັບແຕ່ເມື່ອ ອາຣັບບິ ຊາອຸດິດ ປະຕິບັດການຈົດທະບຽນແຕ່ວັນທີ 27 ກັນຍາສຳລັບບັນດາຜູ້ທີ່ມີຄວາມມຸ່ງຫວັງປະຕິບັດພິທີ Umrah, ປະເທດນີ້ກໍ່ໄດ້ອອກໃບອະນຸຍາດ 108.041 ສະບັບ ໃຫ້ ສາສະນິກະຊົນຮອດວັນທີ 1 ຕຸລາ.