ອາຣັບບີ ຊາອຸດິ ຊ່ວຍເຫຼືອເງິນ 179 ລ້ານ USD ເພື່ອປະຕິບັດ 12 ໂຄງການພັດທະນາຢູ່ ຫວຽດນາມ

(VOVWORLD) -ຄະນະຜູ້ແທນກອງທຶນພັດທະນາ ອາຣັບບີ ຊາອຸດິ ຫາກໍ່ໄປຢ້ຽມຢາມປະເມີນບັນດາໂຄງການພັດທະນາໂດຍກອງທຶນຊ່ວຍເຫຼືອຢູ່ບາງທ້ອງຖິ່ນຂອງຫວຽດນາມ
ອາຣັບບີ ຊາອຸດິ ຊ່ວຍເຫຼືອເງິນ 179 ລ້ານ USD ເພື່ອປະຕິບັດ 12 ໂຄງການພັດທະນາຢູ່ ຫວຽດນາມ - ảnh 1ພາບປະກອບ

     ຄະນະຜູ້ແທນໄດ້ລົງກວດກາຄວາມຄືບໜ້າຂອງໂຄງການກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມລະຫວ່າງເຂດ ເພື່ອໜູນຊ່ວຍການພັດທະນາສັງຄົມແຂວງ ອຽນບ້າຍ ແລະ ໂຄງການກໍ່ສ້າງເສັ້ນທາງຫາໃຈກາງຕາແສງ ເຕີນອຽນຂອງ ແຂວງ ລ້າງເຊີນ. ຕາມສະຖານທູດ ອາຣັບບີ ຊາອຸດິ ປະຈຳ ຫວຽດນາມ, ລັດຖະບານ ອາຣັບບີ ຊາອຸດິ ຖືເປັນສຳຄັນການໜູນຊ່ວຍບັນດາຂົງເຂດພັດທະນາຢູ່ ຫວຽດນາມ ໂດຍຜ່ານບັນດາໂຄງການ ແລະ ແຜນການພັດທະນາ ໂດຍກອງທຶນພັດທະນາ ອາຣັບບີຊາອຸດິດ ຊ່ວຍເຫຼືອ. ໃນຫຼາຍປີມານີ້, ກອງທຶນພັດທະນາ ອາຣັບບີຊາອຸດິດ ໄດ້ສະໜອງບັນດາບ້ວງເງິນກູ້ລວມມູນຄ່າ ປະມານ 179 ລ້ານ USD ເພື່ອປະຕິບັດ 12 ໂຄງການ ແລະ ແຜນການພັດທະນາຢູ່ຫວຽດນາມ. ສິ່ງດັ່ງກ່າວໄດ້ປະກອບສ່ວນຊຸກຍູ້ການເຕີບໂຕຂອງຫຼາຍຂົງເຂດ ກໍຄືຍົກສູງລະດັບການ ເສດຖະກິດ - ສັງຄົມ ແລະ ພັດທະນາໃນຫຼາຍເຂດ, ເພື່ອແນໃສ່ບັນລຸບັນດາເປົ້າໝາຍພັດທະນາແບບຍືນຍົງຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ