ອາເມລິກາ: IS ນຳໃຊ້ອາວຸດເຄມີແບບປະຖົມປະຖານເພື່ອຮັບໃຊ້ການບຸກໂຈມຕີການກໍ່ການຮ້າຍ

(VOVWORLD) - ວັນທີ 19 ກັນຍາ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ອົງການກໍ່ການຮ້າຍລັດອິດສະລາມ (IS) ໄດ້ນຳໃຊ້ບັນດາອາວຸດເຄມີແບບປະຖົມປະຖານ ແລະ ປຸກປັ່ນບັນດາຜູ້ທີີ່ສະໜັບສະໜູນຕົນ ນຳໃຊ້ອາວຸດບໍ່ວ່າຊະນິດໃດ ທີ່ສາມາດທຳການບຸກໂຈມຕີການກໍ່ການຮ້າຍໄດ້.

ໃນບົດລາຍງານລະດັບຊາດກ່ຽວກັບການກໍ່ການຮ້າຍປີ 2017, ກະຊວງການຕ່າງປະເທດ ອາເມລິກາ ໄດ້ຊີ້ແຈ້ງວ່າ IS ໄດ້ທົດລອງ ແລະ ນຳເຮືອບິນບໍ່ມີຄົນຂັບຂະໜາດນ້ອຍຈຳນວນໜຶ່ງເຂົ້າເຄື່ອນໄຫວ, ພ້ອມທັງ ນຳໃຊ້ບັນດາອາວຸດເຄມີແບບປະຖົມປະຖານ. ກຸ່ມການກໍ່ການຮ້າຍນີ້ ກໍ່ປຸກປັ່ນຜູ້ສະໜັບສະໜູນພວກມັນ ນຳໃຊ້ບໍ່ວ່າອາວຸດໃດ ຕົວຢ່າງຄືບັນດາພາຫະນະຂະໜາດໃຫຍ່, ເພື່ອບຸກໂຈມຕີໃສ່ບັນດາເປົ້າໝາຍທີ່ບໍ່ໄດ້ຮັບການປ້ອງກັນ ຫຼື ບັນດາສະຖານທີ່ສາທາລະນະ.

ຕອບກັບ

ຂ່າວ/ບົດ​ອື່ນ