ອາເມລິກາ ກະກຽມໃຫ້ແກ່ຄວາມອາດສາມາດປິດປະຕູລັດຖະບານຍ້ອນໝົດງົບປະມານ
(VOVWORLD) -ອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Joe Biden ພວມກະກຽມໃຫ້ແກ່ຄວາມອາດສາມາດປິດປະຕູລັດຖະບານໃນສະພາບການໝົດງົບປະມານໃນປະຈຸບັນ ໃນວັນທີ 30 ກັນຍາ.
ທ່ານນາງເລຂາສື່ມວນຊົນທຳນຽບຂາວ Jen Psaki
(ພາບ: AFP/TTXVN)
|
ວັນທີ 23 ກັນຍາ, ທ່ານນາງເລຂາສື່ມວນຊົນທຳນຽບຂາວ Jen Psaki ໃຫ້ຮູ້ວ່າ, ອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Joe Biden ພວມກະກຽມໃຫ້ແກ່ຄວາມອາດສາມາດປິດປະຕູລັດຖະບານໃນສະພາບການໝົດງົບປະມານໃນປະຈຸບັນ ໃນວັນທີ 30 ກັນຍາ.
ທ່ານນາງ Jen Psaki ໃຫ້ຮູ້ວ່າ, ສິ່ງດັ່ງກ່າວແມ່ນເໝາະສົມກັບທຳນຽມມາແຕ່ດົນນານ ຂອງບັນດາອົງການບໍລິຫານ ເພື່ອບອກເຕື່ອນພາລະກອນຂັ້ນສູງ ກ່ຽວກັບຄວາມຕ້ອງການພິຈາລະນາ ແລະ ອັບເດດບັນດາແຜນການປິດປະຕູລັດຖະບານ. ນອກນັ້ນ, ທ່ານນາງ Jen Psaki ກໍ່ໃສ່ໃຈວ່າ ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ພວມປະຕິບັດບັນດາບາດກ້າວ ແນໃສ່ຫຼຸດຜ່ອນຜົນກະທົບຂອງຄວາມອາດສາມາດທີ່ວ່າ ລັດຖະບານຈະປິດປະຕູ ກັບເລື່ອງຮັບມືກັບໂລກລະບາດ, ຟື້ນຟູເສດຖະກິດ ຫຼື ບັນດາບຸລິມະສິດອືນຂອງອາເມລິກາ.