ອາ​ເມ​ລິ​ກາ ກ່າວ​ເຕືອນ ລັດ​ເຊຍ ລະ​ມັດ​ລະ​ວັງ​​ໃນ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ນ່ານ​ຟ້າ​ສາ​ກົນ​ກວ່າ​ອີກ

(VOVWORLD) -ວັນທີ 15 ມີນາ, ທ່ານ Lloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ແລະ ຄູ່ຕຳແໜ່ງ ລັດເຊຍ Sergei Shoigu ໄດ້ມີການໂອ້ລົມເຈລະຈາຜ່ານທາງໂທລະສັບເພື່ອແລກປ່ຽນທັດທະນະກ່ຽວກັບສາເຫດ ແລະ ຜົນຕາມມາຂອງເລື່ອງເຮືອບິນບໍ່ມີຄົນຂັບຂອງ ອາເມລິກາ ຕົກຢູ່ທະເລດຳໃນວັນທີ 14 ມີນາ.      
ອາ​ເມ​ລິ​ກາ ກ່າວ​ເຕືອນ ລັດ​ເຊຍ ລະ​ມັດ​ລະ​ວັງ​​ໃນ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ນ່ານ​ຟ້າ​ສາ​ກົນ​ກວ່າ​ອີກ - ảnh 1ເຮືອບິນສູ້ຮົບ SU-27  ຂອງ ລັດເຊຍ (ພາບ: Reuters)

 ນະທີ່ນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ຢັ້ງຢືນກັບຄູ່ຕຳແໜ່ງ ລັດເຊຍ ວ່າ ວໍຊິງຕັນ ຈະສືບຕໍ່ໃຫ້ເຮືອບິນຂອງຕົນບິນຢູ່ເຂດນ່ານຟ້າສາກົນ. ໃນຂະນະນັ້ນ, ຕາມທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ Shoigu ໄດ້ຊີ້ແຈ້ງວ່າ ເຫດຜົນທີ່ພາໃຫ້ເກີດເຫດການດັ່ງກ່າວແມ່ນຍ້ອນຝ່າຍ ອາເມລິກາ ບໍ່ປະຕິບັດຂໍ້ກຳນົດກ່ຽວກັບເຂດຈຳກັດການບິນ ທີ່ໄດ້ແຈ້ງກ່ອນໜ້ານັ້ນ ໂດຍ ອາເມລິກາ ກຳນົດ ຍ້ອນມີການກ່ຽວຂ້ອງເຖິງບັ້ນການທະຫານພິເສດຂອງປະເທດ ກໍຄືການເຄື່ອນໄຫວສືບລາຊະການລັບ ເຊິ່ງຝ່າຍ ອາເມລິກາ ໄດ້ເພີ່ມທະວີເພື່ອແນໃສ່ຕ້ານຄືນ ລັດເຊຍ. ທ່ານລັດຖະມົນຕີ Shoigu ຖືວ່າ ເລື່ອງນີ້ຈະເປັນປະຖົມປັດໄຈເຮັດໃຫ້ສະພາບການຢູ່ເຂດທະເລດຳ ເຄັ່ງຕຶງຂຶ້ນຕື່ມ. ມົດສະກູ ຈະສືບຕໍ່ໂຕ້ຕອບຄືນທຸກການກະທຳເກາະຜິດ, ເຖິງຢ່າງໃດກໍຕາມສອງຝ່າຍຕ້ອງຮັກສາຊ່ອງທາງຕິດຕໍ່ການທະຫານເພື່ອປຶກສາຫາລືກ່ຽວກັບກໍລະນີຮີບດ່ວນ.

        ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ທ່ານ John Kirby ໂຄສົກທຳນຽບຂາວ ໄດ້ເຜີຍໃຫ້ຮູ້ກ່ຽວກັບສານຂອງ ອາເມລິກາ ທີ່ວ່າ ລັດເຊຍ ຕ້ອງມີຄວາມລະມັດລະວັງກວ່າອີກຕໍ່ກັບຖ້ຽວບິນຕ່າງໆຢູ່ເຂດນ່ານຟ້າສາກົນ. ອາເມລິກາ ຍັງບໍ່ທັນ ແລະ ອາດຈະບໍ່ເກັບກູ້ເຮືອບິນບໍ່ມີຄົນຂັບ ເຊິ່ງໄດ້ຕົກຢູ່ທະເລດຳ.

        ກ່ອນໜ້ານັ້ນ, ວັນທີ 14 ມີນາ, ກະຊວງປ້ອງກັນປະເທດ ລັດເຊຍ ໄດ້ປະຕິເສດຂໍ້ມູນທີ່ກ່ຽວຂ້ອງເຖິງການບຸກໂຈມຕີຂອງປະເທດນີ້ ທີ່ໄດ້ຕຳໃສ່ເຮືອບິນບໍ່ມີຄົນຂັບຂອງ ອາເມລິກາ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ