ອາເມລິກາ ກ່າວເຕືອນຈະມີປະຕິກິລິຍາຢ່າງແຂງກະດ້າງ ຖ້າຫາກ ອີຣານ ເສີມທາດຢູລານຽມຮອດລະດັບ 90%

(VOVWORLD) - ຄາດວ່າ, ປະຈຸບັນ ອີຣານ ພວມມີທາດຢູລານຽມ 114 ກີໂລກຣາມ ໄດ້ເສີມຢູ່ລະດັບ 60%. ນີ້ແມ່ນລະດັບຫ່າງຈາກລະດັບອາວຸດນິວເຄຼຍ (ລະດັບ 90%) ເປັນບາດສັ້ນໆເທົ່ານັ້ນ.
ອາເມລິກາ ກ່າວເຕືອນຈະມີປະຕິກິລິຍາຢ່າງແຂງກະດ້າງ ຖ້າຫາກ ອີຣານ ເສີມທາດຢູລານຽມຮອດລະດັບ 90% - ảnh 1(ພາບປະກອບ: AFP/TTXVN)

ວັນທີ 10 ມິຖຸນາ, ສື່ມວນຊົນຕາເວັນອອກກາງ ລົງຂ່າວວ່າ, ໃນບັນດາການເຈລະຈາທາງອ້ອມຢູ່ Oman ໃນເດືອນ ພຶດສະພາ 2023, ບັນດາເຈົ້າໜ້າທີ່ ອາເມລິກາ ໄດ້ກ່າວເຕືອນວ່າ ຈະມີປະຕິກິລິຍາແຂງກະດ້າງຖ້າຫາກ ອີຣານ ເສີມທາດຢູລານຽມຮອດລະດັບ 90%. ຫວ່າງມໍ່ໆມານີ້, ທ່ານ Brett McGurk, ຜູ້ປະສານງານກ່ຽວກັບຕາເວັນອອກກາງຂອງ ອາເມລິກາ ໄດ້ໄປ Oman ເພື່ອປຶກສາຫາລືກັບບັນດາເຈົ້າໜ້າທີ່ປະເທດເຈົ້າພາບ ກ່ຽວກັບປະຕິກິຕິຍາຂອງທຳນຽບຂາວ ສຳລັບໂຄງການນິວເຄຼຍຂອງ ເຕເຮຣານ. ໃນຈຸດເວລາດຽວກັນ, ນັກເຈລະຈານິວເຄຼຍແຖວໜ້າຂອງ ອີຣານ ທ່ານ Ali Bagheri Kan ກໍ່ໄປຍັງ Oman ພ້ອມກັບຄະນະເຈລະຈາຂອງປະເທດນ, ແຕ່ບໍ່ໄດ້ພົບປະໂດຍກົງກັບບັນດາເຈົ້າໜ້າທີ່ ອາເມລິກາ. 2 ຄະນະເຈລະຈາຢູ່ບັນດາເຂດແຕກຕ່າງກັນ ແລະ ຜ່ານເຈົ້າໜ້າທີ່ Oman ເພື່ອສົ່ງສານເຖິງກັນ.

ອົງການພະລັງງານປະລະມານູສາກົນ (IAEA) ຄາດວ່າ, ປະຈຸບັນ ອີຣານ ພວມມີທາດຢູລານຽມ 114 ກີໂລກຣາມ ໄດ້ເສີມຢູ່ລະດັບ 60%. ນີ້ແມ່ນລະດັບຫ່າງຈາກລະດັບອາວຸດນິວເຄຼຍ (ລະດັບ 90%) ເປັນບາດສັ້ນໆເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ