ອາເມລິກາ ຄັດຄ້ານບັນດາການກະທຳຜິດກົດໝາຍຂອງ ຈີນ ຢູ່ທະເລຕາເວັນອອກ ແລະ ທະເລ ຮວາຕຸງ

(VOVWORLD) -ກ່ຽວຂ້ອງເຖິງບັນຫາຄວາມເສລີໃນການເດີນເຮີອ ແລະ ການບິນ, ທ່ານລັດຖະມົນຕີ Antony Bliken ໃຫ້ຮູ້ວ່າ, ຈະສືບຕໍ່ຄັດຄ້ານບັນດາການກະທຳເກາະຜິດ ແລະ ຜິດກົດໝາຍຂອງ ຈີນ ຢູ່ທະເລ ຮວາຕຸງ ແລະ ທະເລຕາເວັນອອກ.
ອາເມລິກາ ຄັດຄ້ານບັນດາການກະທຳຜິດກົດໝາຍຂອງ ຈີນ ຢູ່ທະເລຕາເວັນອອກ ແລະ ທະເລ ຮວາຕຸງ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Bliken
(ພາບ: Reuters)

ວັນທີ 26 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Bliken ມີບົດກ່າວປາໄສເຮັດແຈ້ງນະໂຍບາຍຂອງ ອາເມລິກາ ສຳລັບ ຈີນ ໃນຫຼາຍບັນຫາ, ລວມທັງຄວາມເສລີໃນການເດືນເຮືອ ແລະ ການບິນ.

        ໃນບົດກ່າວປາໄສຂອງຕົນ, ທ່ານລັດຖະມົນຕີ Antony Bliken ຊີ້ແຈ້ງວ່າ, ຍຸດທະສາດຂອງອຳນາດການປົກຄອງປະທານາທິບໍດີ Joe Biden ສຳລັບຈີນໃນທົດສະວັດຈະມາເຖິງແມ່ນ “ລົງທຶນ, ຮ່ວມສຳພັນ ແລະ ແກ່ງແຍ້ງ”. ອາເມລິກາ ຈະແມ່ນປະເທດລົງທຶນໃຫ້ແກ່ບັນດາພື້ນຖານຂອງກຳລັງແຮງຢູ່ພາຍໃນປະເທດ ນັ້ນແມ່ນຄວາມສາມາດແກ່ງແຍ້ງ, ປະດິດຄິດສ້າງ ແລະ ປະຊາທິປະໄຕ; ເພີ່ມທະວີການຮ່ວມສຳພັນກັບບັນດາຄູ່ຮ່ວມມື ແລະ ພັນທະມິດ ແລະ ແກ່ແຍ້ງກັບ ຈີນ ເພື່ອແນໃສ່ປົກປ້ອງຜົນປະໂຫຍດ ແລະ ສ້າງວິໄສທັດໃຫ້ແກ່ອະນາຄົດ.

        ກ່ຽວຂ້ອງເຖິງບັນຫາຄວາມເສລີໃນການເດີນເຮີອ ແລະ ການບິນ, ທ່ານລັດຖະມົນຕີ Antony Bliken ໃຫ້ຮູ້ວ່າ, ຈະສືບຕໍ່ຄັດຄ້ານບັນດາການກະທຳເກາະຜິດ ແລະ ຜິດກົດໝາຍຂອງ ຈີນ ຢູ່ທະເລ ຮວາຕຸງ ແລະ ທະເລຕາເວັນອອກ. ອາເມລິກາ ສະໜັບສະໜູນບັນດາປະເທດເຂດແຄມທະເລໃນພາກພື້ນ ຮັກສາສິດເດີນເຮືອຂອງຕົນ. ອາເມລິກາ ກໍ່ຈະສົມທົບກັບບັນດາຄູ່ຮ່ວມມື ແລະ ພັນທະມິດ ແນໃສ່ຮັກສາຄວາມເສລີໃນການເດີນເຮືອ ແລະ ການບິນ, ສິ່ງທີ່ໄດ້ສ້າງເງື່ອນໄຂໃຫ້ແກ່ພາກພື້ນພັດທະນາຢ່າງວັດທະນາຖາວອນໃນຫຼາຍທົດສະວັດຜ່ານມາ; ສືບຕໍ່ປະຕິບັດການເດີນເຮືອ ແລະ ຖ້ຽວບິນຢູ່ເຂດເຊິ່ງກົດໝາຍສາກົນອະນຸຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ