ອາເມລິກາ ຄັດຄ້ານເຈດຈຳນົງຂອງ ຈີນ ໃນການລົງໂທດໂຕ້ຕອບຄືນດ້ວຍພາສີອາກອນ ທີ່ມີມູນຄ່າ 2, 4 ຕື້ USD
(VOVWORLD) - ກ່ຽວຂ້ອງເຖິງການພົວພັນດ້ານການຄ້າລະຫວ່າງ ອາເມລິກາ - ຈີນ, ວັນທີ 28 ຕຸລາ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ສະແດງຄວາມຫວັງວ່າ ຈະລົງນາມສ່ວນໜຶ່ງໃນຂໍ້ຕົກລົງດ້ານການຄ້າກັບ ຈີນ ກ່ອນເວລາຄາດຄະເນ, ແຕ່ບໍ່ສະໜອງ ຂໍ້ມູນ ລະອຽດໃດໆກ່ຽວກັບວັນເວລາລົງນາມ.
ທຸງຊາດ ອາເມລິກາ, ທຸງຊາດຈີນຢູ່ເຫດການທີ່ ປະເທດຈີນ (ພາບ: TTXVN) |
ວັນທີ 28 ຕຸລາ, ອາເມລິກາ ປະຕິເສດຄວາມຮຽກຮ້ອງຂອງ ຈີນທີ່ສະເໜີ ອົງການການຄ້າໂລກ (WTO) ອະນຸຍາດໃຫ້ລົງໂທດ ໂຕ້ຕອບຄືນ ອາເມລິກາດ້ວຍພາສີອາກອນທີ່ມີມູນຄ່າ 2,4 ຕື້ USD ຍ້ອນ ວໍຊິງຕັນ ບໍ່ປະບັດຕາມຄຳຕັດສິນຂອງ WTO ທີ່ກ່ຽວຂ້ອງເຖິງການຮ້ອງຟ້ອງກ່ຽວກັບພາສີຕ້ານການຂາຍບຸບລາຄາໃນສະໄໝທ່ານ Barack Obama ດຳລົງຕຳແໜ່ງເປັນປະທານາທິບໍດີ. ເຈົ້າໜ້າທີ່ດ້ານການຄ້າ ໃຫ້ຮູ້ວ່າ ອາເມລິກາ ໄດ້ຄັດຄ້ານຄຳຕັດສິນຂອງອົງການແກ້ໄຂການຂັດແຍ່ງ (DSB) ຂຶ້ນກັບ WTO ໃນວັນທີ 28 ຕຸລາ ຢ່າງເປັນທາງການ. ຕາມນັ້ນແລ້ວ, ວໍຊິງຕັນ ໄດ້ຄັດຄ້ານເລື່ອງຈີນຊອກຫາວີທີການຈັດວາງພາສີລົງໂທດສຳລັບສິນຄ້າຂອງ ອາເມລິກາທີ່ມີມູນຄ່າ 2,4 ຕື້ USD, ພ້ອມທັງ ສະເໜີແນະບັນຫາດັ່ງກ່າວເຖິງສານ ກຳອະນຸຍາໂທຕຸລາການ WTO.