ອາເມລິກາ ຈັດສົ່ງເຮືອບິນສູ້ຮົບ F22 ເຖິງ ສ ເກົາຫຼີ
ເຮືອບິນ F – 22
(ພາບປະກອບ)
(vovworld) - ເພື່ອແນໃສ່ຢັ້ງຢືນຄຳໝັ້ນສັນຍາປົກປັກຮັກສາ ສ ເກົາຫຼີ ຄືນໃໝ່ ໃນສະພາບຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ ພວມເພີ່ມທະວີຂຶ້ນ, ວັນທີ 31/3, ອາເມລິກາ ໄດ້ ຈັດສົ່ງເຮືອບິນສູ້ຮົບທັນສະໄໝທີ່ສຸດໃນປະຈຸບັນ ແມ່ນ F – 22 ເຖິງປະເທດນີ້ເພື່ອເຂົ້າຮ່ວມບັນດາການຊ້ອມຮົບຮ່ວມ. ກອງທັບ ອາເມລິກາ ຖືວ່າ: ບັນດາເຮືອບິນສູ້ຮົບ F – 22 ຈະເຂົ້າຮ່ວມການຊ້ອມຮົບປະຈຳປີທີ່ມີຊື່ວ່າ: “ນົກອີນຊີນ້ອຍ” ລະຫວ່າງ ອາເມລິກາ ແລະ ສ ເກົາຫຼີ ເພື່ອແນໃສ່ເພີ່ມທະວີຄວາມສາມາດກຽມພ້ອມປົກປັກຮັກສາ ເຊີອູນ ຂອງ ສຳພັນທະມິດນີ້ ຕໍ່ໜ້າທຸກໆການບຸກໂຈມຕີຈາກ ສປປ ເກົາຫຼີ. ທຳນຽບ 5 ແຈບໍ່ຊີ້ແຈ້ງວ່າໄດ້ຈັດສົ່ງເຮືອບິນ F – 22 ຈັກລຳຈາກ ຍີ່ປຸ່ນ ເຖິງ ສ ເກົາຫຼີ, ແຕ່ໄດ້ເວົ້າວ່ານີ້ແມ່ນສ່ວນໜຶ່ງໃນການເຄື່ອນໄຫວຜັດປ່ຽນທັບປ້ອງກັນອາກາດເປັນປະຈຳລະຫວ່າງບັນດາຖານທີ່ໝັ້ນຢູ່ ມະຫາສະໝຸດປາຊີຟີກ ຕາເວັນຕົກ ເຊິ່ງບັນດາກຳລັງອາເມລິກາ ທີ່ດຳເນີນນັບແຕ່ປີ 2004.