ອາ​ເມ​ລິ​ກາ - ຈີນ ປາດ​ຖະ​ໜາ​ຢາກ​ປະ​ຕິ​ຮູບ​ການ​ພົວ​ພັນ​ເສດ​ຖະ​ກິດ

(VOVWORLD) - ທີ່ການເຈລະຈາ, ທ່ານນາງ Janet Yellen ໃຫ້ຮູ້ວ່າ ອາເມລິກາ ບໍ່ຢາກແຍກອອກຈາກກັນກັບ ຈີນ ແລະ ປາດຖະໜາກຢາກມີການພົວພັນດ້ານເສດຖະກິດທີ່ປອດໄສກັບ ປັກກິ່ງ ເພື່ອແນໃສ່ນຳຜົນປະໂຫຍດມາໃຫ້ທັງສອງປະເທດ.
ອາ​ເມ​ລິ​ກາ - ຈີນ ປາດ​ຖະ​ໜາ​ຢາກ​ປະ​ຕິ​ຮູບ​ການ​ພົວ​ພັນ​ເສດ​ຖະ​ກິດ - ảnh 1ທ່ານນາງ Janet Yellen ລັດຖະມົນຕີກະຊວງການເງິນ ອາເມລິກາ ແລະ ທ່ານ He Lifeng ຮອງນາຍົກລັດຖະມົນຕີ ຈີນ  (ພາບ: Bloomberg)

ວັນທີ 9 ພະຈິກ, ຢູ່ San Francisco (ອາເມລິກາ), ທ່ານນາງ Janet Yellen ລັດຖະມົນຕີກະຊວງການເງິນ ອາເມລິກາ ແລະ ທ່ານ He Lifeng ຮອງນາຍົກລັດຖະມົນຕີ ຈີນ ມີການພົບປະເຈລະຈາດ້ານເສດຖະກິດ ກ່ອນກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ທີ່ຈະດຳເນີນໃນລະຫວ່າງວັນທີ 15 – 17 ພະຈິກ ຢູ່ San Francisco.

ທີ່ການເຈລະຈາ, ທ່ານນາງ Janet Yellen ໃຫ້ຮູ້ວ່າ ອາເມລິກາ ບໍ່ຢາກແຍກອອກຈາກກັນກັບ ຈີນ ແລະ ປາດຖະໜາກຢາກມີການພົວພັນດ້ານເສດຖະກິດທີ່ປອດໄສກັບ ປັກກິ່ງ ເພື່ອແນໃສ່ນຳຜົນປະໂຫຍດມາໃຫ້ທັງສອງປະເທດ. ທ່ານນາງ ເນັ້ນໜັກວ່າ ອາເມລິກາ ຈະສືບຕໍ່ມີການກະທຳເພື່ອປົກປ້ອງຄວາມໝັ້ນຄົງແຫ່ງຊາດ ແລະ ບັນດາສຳພັນທະມິດ, ແຕ່ໃຫ້ຄຳໝັ້ນສັນຍາຈະມີການແລກປ່ຽນກັນກັບຈີນ ຢ່າງຈະແຈ້ງ ເພື່ອສະກັດກັ້ນທຸກຄວາມເຂົ້າໃຈຜິດ ແລະ ການຄິດໄລ່ທີ່ຜິດພາດລະຫວ່າງສອງປະເທດ. ສ່ວນທ່ານ He Lifeng  ໃຫ້ຮູ້ວ່າ ການຮັກສາການແລກປ່ຽນ ແລະ ພົບປະເປັນປະຈຳ ລະຫວ່າງຈີນ ແລະ ອາເມລິກາ ແມ່ນມີຄວາມຈຳເປັນ, ພ້ອມທັງຕີລາຄາສູງ ບັນດາຄວາມກ້າວໜ້າທີ່ບັນລຸໄດ້ໃນການເຈລະຈາກ່ຽວກັບເສດຖະກິດ, ການເງິນລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ