ອາ​ເມ​ລິ​ກາ, ຈີນ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ໄລ​ຍະ 1, ໂຈະ​ການ​ຈັດ​ວາງອັດ​ຕາ​ພາ​ສີ​​ອາ​ກອນໃໝ່

(VOVWORLD) - ອາເມລິກາ ແລະ ຈີນໄດ້ປະກາດວ່າ ບັນລຸໄດ້ຂໍ້ຕົກລົງສ່ວນໜຶ່ງ, ຫຼືຍັງໄດ້ເອີ້ນວ່າ ຂໍ້ຕົກລົງໄລຍະ 1, ຊື່ງຊ່ວຍຫຼີກລ້ຽງການຈັດວາງອັດຕາພາສີອາການໃໝ່ຂອງ ອາເມລິກາ ຕໍ່ສິນຄ້າສົ່ງອອກຂອງ ຈີນເຂົ້າອາເມລິກາໃນວັນທີ 15 ທັນວາ.
ອາ​ເມ​ລິ​ກາ, ຈີນ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ໄລ​ຍະ 1, ໂຈະ​ການ​ຈັດ​ວາງອັດ​ຕາ​ພາ​ສີ​​ອາ​ກອນໃໝ່ - ảnh 1ພາບປະກອບ (TTXVN) 

ໃນສື່ສັງຄົມອອນໄລ Twitter, ຕອນຄ່ຳວັນທີ 12 ທັນວາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາໃຫ້ຮູ້ວ່າ ອາເມລິກາ ແລະ ຈີນ ບັນລຸໄດ້ຂໍ້ຕົກລົງໄລຍະ 1 ທີ່ກ້ວາງໃຫຍ່ ແລະ ຈີນ ເຫັນດີຈະປ່ຽນແປງຫຼາຍຢ່າງກ່ຽວກັບ ໂຄງປະກອບ, ພ້ອມທັງຊື້ຜະລິດຕະພັນກະເສດຈຳນວນຫຼາຍ, ສິນຄ້າປະເພດອຸດສາຫະກຳ ແລະ ພະລັງງານ ກໍ່ຄື ສິນຄ້າປະເພດຕ່າງໆ”, ພ້ອມທັງຢັ້ງຢືນວ່າ ຈະບໍ່ຈັດວານອັດຕາພາສີສຳລັບ ສິນຄ້າຂອງ ຈີນທີີ່ມີມູນຄ່າ 160 ຕື້ USD.

ກ່ຽວກັບຖະແຫຼງການຂອງການເຈລະຈາຮອບຕໍ່ໄປລະຫວ່າງສອງຝ່າຍຂອງປະທານາທິບໍດີອາເມລິກາ Donald Trump, ທ່ານ ຮອງລັດຖະມົນຕີກະຊວງການເງິນ ຈີນໃຫ້ຮູ້ວ່າ ການເຈລະຈາໄລຍະທີ 2 ຈະອີງໃສ່ສະພາບການຂອງ ການປະຕິບັດຂໍ້ຕົກລົງໄລຍະ 1.

ຕອບກັບ

ຂ່າວ/ບົດ​ອື່ນ