ອາເມລິກາ ຈະລົງໂທດ ແກ່ການກະທຳຂອງຊີຣີ

ອາເມລິກາ ຈະລົງໂທດ ແກ່ການກະທຳຂອງຊີຣີ - ảnh 1
ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama
(ພາບປະກອບ)


(vovworld) - ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຢືນຢັນ​ວ່າ ຈະ​ລົງ​ໂທດ​ແກ່​ການ​ກະທຳ​ຂອງຊີຣີ. ​ຫວ່າງ​​ແລ້ວ​ນີ້, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຢືນຢັນ​ວ່າ ທ່ານ​ພວມ​ຄິດ​ໄລ່​ເຖິງ​ການ​ກະທຳ “ທີ່ມີ​ຄອບ​ຂະໜາດ​ຈຳກັດ” ພາຍຫຼັງ​ສືບ​ລາຊະການ​ລັບ​ອາ​ເມ​ລິ​ກາ ຢືນຢັນ​ວ່າ ​ເຫດ​ບຸກ​ໂຈມ​ຕີ​ດ້ວຍ​ທາດ​ເຄມີ​ຂອງ​ຊີຣີ ​ເມື່ອ​ອາທິດ​ກອນ ​ໄດ້​ເຮັດ​ໃຫ້​ສາມັນ​ຊົນ 1400 ຄົນ​ເສດ​ຍຊີວິດ. ​ເຖິງ​ວ່າ​ຖະ​ແຫຼງການດັ່ງກ່າວ ຍັງ​ບໍ່​ທັນມີ​ຂໍ້​ຕົກລົງ​ສຸດ​ທ້າຍ ​ແຕ່ທ່ານປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ເວົ້າ​​ເຖິງ​ຄວາມ​ສາມາດ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ເຊິ່ງ​ຖືກ​ຖື​ວ່າ​ຈະ​ນຳ​ໃຊ້​ລູກ​ສອນ​ໄພ​ມີ​ປີກ ຈາກ​ກຳ​ປັ່ນ​ສູ້​ຮົບ​ເພື່ອ​ຍິງ​ໃສ່​ບັນດາ​ເປົ້າໝາຍ​ບັນຊາ​​ຂອງ​ຊີຣີ. ທ່ານປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ເອີ້ນ​ການ​ບຸກ​ໂຈມ​ຕີ​ຂອງ​ຊີຣີ ​ແມ່ນ​ການ​ທ້າທາຍ​ຕໍ່​ໂລກ, ນາບ​ຂູ່​ເຖິງ​ຄວາມ​ສະຫງົບ​ປອດ​​ໄພ​ຂອງ​ອາ​ເມ​ລິ​ກາ ​ແລະ ບັນດາ​ພັນທະ​ມິດ​ອິດສຣາ​ແອນ, ຕວກກີ ​ແລະ ຈໍ​ແດນ, ກໍ່​ຄື​​ເຮັດ​ໃຫ້ອາວຸດ​ດັ່ງກ່າວ​ຕົກ​ໃສ່​ມືຂອງ​ພວກ​ກໍ​ການ​ຮ້າຍ.

ຂ່າວ/ບົດ​ອື່ນ