ອາເມລິກາ ຊອກວິທີແກ້ໄຂບັນຫາຊາວອົບພະຍົບຢູ່ເຂດຊາຍແດນ ຕິດກັບເມັກຊີໂກ

(VOVWORLD) - ການພົບປະໄດ້ດຳເນີນໄປໃນສະພາບຊາວອົບພະຍົບຊອກຫາວິທີຂ້າມຊາຍແດນ ເມັກຊີໂກ ເຂົ້າ ອາເມລິກາ ຢ່າງຜິດກົດໝາຍ ເພີ່ມຂຶ້ນໃນລະດັບ ສະຖິຕິ, ມີບາງມື້ຂຶ້ນເຖິງ 10.000 ຄົນ.
ອາເມລິກາ ຊອກວິທີແກ້ໄຂບັນຫາຊາວອົບພະຍົບຢູ່ເຂດຊາຍແດນ ຕິດກັບເມັກຊີໂກ - ảnh 1ຊາວ ອົບພະຍົບຢູ່ເຂດຊາຍແດນ
(ພາບ:AFP/TTXVN)

ວັນທີ 27 ທັນວາ, ຕາມເວລາ ອາເມລິກາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ໄດ້ໄປຢ້ຽມຢາມ ເມັກຊີໂກ ເພື່ອແນໃສ່ປຶກສາຫາລືບັນດາຄວາມມານະພະຍາຍາມແກ້ໄຂສະພາບການຊາວອົບພະຍົບ ຢູ່ເຂດຊາຍແດນ ລະຫວ່າງສອງປະເທດ. ທ່ານລັດຖະມົນຕີການຕ່າງປະເທດ Blinken ພ້ອມກັບທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບພາຍໃນ Alejandro Mayorkas ແລະ ທ່ານ Liz Sherwood Randall, ທີ່ປຶກສາຄວາມໝັ້ນຄົງພາຍໃນຂອງທຳນຽບຂາວ, ໄດ້ມີການພົບປະກັບທ່ານປະທານາທິບໍດີ ເມັກຊີໂກ Lopez Obrador. ການພົບປະໄດ້ດຳເນີນໄປໃນສະພາບຊາວອົບພະຍົບຊອກຫາວິທີຂ້າມຊາຍແດນ ເມັກຊີໂກ ເຂົ້າ ອາເມລິກາ ຢ່າງຜິດກົດໝາຍ ເພີ່ມຂຶ້ນໃນລະດັບ ສະຖິຕິ, ມີບາງມື້ຂຶ້ນເຖິງ 10.000 ຄົນ.

        ບັນຫາຊາວອົບພະຍົບກໍ່ແມ່ນໜຶ່ງໃນບັນດາເນື້ອໃນປຶກສາຫາລືສຳຄັນທີ່ສະພາແຫ່ງຊາດ ອາເມລິກາ ເຊິ່ງກ່ຽວຂ້ອງເຖິງງົບປະມານເພີ່ມເຕີມທີ່ໜູນຊ່ວຍໃຫ້ ຢູແກຼນ ແລະ ອິດສະຣາແອນ. ບັນດາສະມາຊິກຂອງພັກສາທາລະນະ ໄດ້ປະຕິເສດການຮັບຮອງເອົາບ້ວງເງິນເພີ່ມເຕີມໃຫ້ແກ່ສອງປະເທດນີ້ ຖ້າຫາກບໍ່ມີມາດຕະການໃໝ່ສຳລັບບັນຫາຊາວອົບພະຍົບຢູ່ເຂດຊາຍແດນກັບ ເມັກຊີໂກ.

ຕອບກັບ

ຂ່າວ/ບົດ​ອື່ນ