ອາເມລິກາ ຊອກຫາມາດຕະການດ້ານການທູດເພື່ອຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນ ລີບັງ - ອິດສະຣາແອັນ

(VOVWORLD) - ທ່ານ Hochstein ສະແດງຄວາມຫວັງວ່າ, ບັນດາຝ່າຍອາດຈະສືບຕໍ່ພ້ອມກັນປະຕິບັດຄວາມມານະພະຍາຍາມເພື່ອບັນລຸໄດ້ມາດຕະການແກ້ໄຂ
ອາເມລິກາ ຊອກຫາມາດຕະການດ້ານການທູດເພື່ອຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນ ລີບັງ - ອິດສະຣາແອັນ - ảnh 1ທູດພິເສດ ອາເມລິກາສະແດງຄວາມຫວັງຢາກເຮັດໃຫ້ຄວາມເຄັ່ງຕຶງຢູ່ເຂດຊາຍແດນລະຫວ່າງ ລີບັງ ແລະ ອິດສະຣາແອັນ ຫຼຸດລົງ
(ພາບ: THX/TTXVN)

        ວັນທີ 11 ມັງກອນ, ທູດພິເສດ ອາເມລິກາ ທ່ານ Amos Hochstein ສະແດງຄວາມຫວັງຢາກເຮັດໃຫ້ຄວາມເຄັ່ງຕຶງຢູ່ເຂດຊາຍແດນລະຫວ່າງ ລີບັງ ແລະ ອິດສະຣາແອັນ ຫຼຸດລົງດ້ວຍມາດຕະການດ້ານການທູດ, ໃນສະພາບການປະທະກັນລະຫວ່າງຂະບວນການອິດສະລາມ ຮາມາດ ແລະ ອິດສະຣາແອັນ ໄດ້ແກ່ຍາວເປັນເວລາ 3 ເດືອນ. ທ່ານ Hochstein ໄດ້ຍົກອອກສານດັ່ງກ່າວໃນການຢ້ຽມຢາມ ລີບັງ ໃນວັນດຽວກັນ.

        ເມື່ອຕອບຄຳຖາມຕໍ່ວົງການນັກຂ່າວ ພາຍຫຼັງພົບປະກັບການນຳ ລີບັງ, ທ່ານ Hochstein ສະແດງຄວາມຫວັງວ່າ, ບັນດາຝ່າຍອາດຈະສືບຕໍ່ພ້ອມກັນປະຕິບັດຄວາມມານະພະຍາຍາມເພື່ອບັນລຸໄດ້ມາດຕະການແກ້ໄຂ, ອະນຸຍາດໃຫ້ປະຊາຊົນ ລີບັງ ແລະ ອິດສະຣາແອັນ ໄດ້ດຳລົງຊີວິດໃນສະພາບຄວາມໝັ້ນຄົງທີ່ໄດ້ຮັບການຮັບປະກັນ. ທ່ານເນັ້ນໜັກວ່າ, ອາເມລິກາ ຫວັງວ່າ, ບັນດາຝ່າຍຈະສາມາດບັນລຸໄດ້ມາດຕະການແກ້ໄຂດ້ານການທູດສຳລັບສິ່ງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ