ອາ​ເມ​ລິ​ກາ ຍົກ​ເລີກ​ການ​ຈັດ​ວາງ​ພາ​ສີ​ຕ້ານ​ການ​ຂາ​ຍ​ບຸບ​ລາ​ຄາ​ສຳ​ລັບຜະ​ລິດ​ຕະ​ພັນ ກຸ້ງ ຂອງ​ກຸ່ມ​ບໍ​ລິ​ສັດ ມິນ​ຝູ

(VOVWORLD) -CBP ໄດ້ຍົກເລີກຂໍ້ຕົກລົງທີ່ໄດ້ປະກາດໃຊ້ໃນວັນທີ 13 ຕຸລາ ປີ 2020 ກ່ຽວກັບການຈັດວາງພາສີຕ້ານການຂາຍບຸບລາຄາສຳລັບຜະລິດຕະພັນ ກຸ້ງ ອິນເດຍ ຕໍ່ກັບກຸ່ມບໍລິສັດ ມິນຝູ ທີ່ສົ່ງອອກໄປຍັງ ອາເມລິກາ.
ອາ​ເມ​ລິ​ກາ ຍົກ​ເລີກ​ການ​ຈັດ​ວາງ​ພາ​ສີ​ຕ້ານ​ການ​ຂາ​ຍ​ບຸບ​ລາ​ຄາ​ສຳ​ລັບຜະ​ລິດ​ຕະ​ພັນ ກຸ້ງ ຂອງ​ກຸ່ມ​ບໍ​ລິ​ສັດ ມິນ​ຝູ - ảnh 1ລະບົບປຸງແຕ່ງຜະລິດຕະພັນກຸ້ງ ຂອງກຸ່ມບໍລິສັດສິນໃນນ້ຳ ມິນຝູ (ພາບ: TTXVN)

ວັນທີ 17 ກຸມພາ, ກຸ່ມບໍລິສັດສິນໃນນ້ຳ ມິນຝູ ໃຫ້ຮູ້ວ່າ ເຂົາເຈົ້າຫາກໍໄດ້ຮັບຂໍ້ຕົກລົງແກ້ໄຂໃບຮ້ອງຟ້ອງ ຈາກ ອົງການພາສີ ອາເມລິກາ (CBP) ທີ່ກ່ຽວຂ້ອງເຖິງການຈັດວາງພາສີຕ້ານການຂາຍບຸບລາຄາຜະລິດຕະພັນກຸ້ງ. ຕາມນັ້ນແລ້ວ, CBP ໄດ້ຍົກເລີກຂໍ້ຕົກລົງທີ່ໄດ້ປະກາດໃຊ້ໃນວັນທີ 13 ຕຸລາ ປີ 2020 ກ່ຽວກັບການຈັດວາງພາສີຕ້ານການຂາຍບຸບລາຄາສຳລັບຜະລິດຕະພັນ ກຸ້ງ ອິນເດຍ ຕໍ່ກັບກຸ່ມບໍລິສັດ ມິນຝູ ທີ່ສົ່ງອອກໄປຍັງ ອາເມລິກາ.

        ທ່ານ ເລວັນກວາງ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດສິນໃນນ້ຳ ມິນຝູ ໃຫ້ຮູ້ວ່າ ຂໍ້ຕົກລົງສະບັບຫຼ້າສຸດ ຂອງ CBP ຈະອະນຸຍາດໃຫ້ ກຸ່ມບໍລິສັດ ມິນຝູ ສືບຕໍ່ສົ່ງອອກຜະລິດຕະພັນ ກຸ້ງແຊເຢັນ ໄປຍັງ ອາເມລິກາ ໂດຍບໍ່ຕ້ອງເສຍພາສີຕ້ານການຂາຍບຸບລາຄາເພີ່ມເຕີມ. ພ້ອມກັນນັ້ນ,  ກຸ່ມບໍລິສັດ ມິນຝູ ຍັງໄດ້ຮັບບ້ວງເງິນເສຍພາສີຕ້ານການຂາຍບຸບລາຄາ ທີ່ຈ່າຍໄປກ່ອນນັ້ນອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ