ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ ຮຽກຮ້ອງ ສປປ.ເກົາຫຼີ ເຈລະຈາກ່ຽວກັບບັນຫາ ນິວເຄຼຍ

(VOVWORLD) -ທ່ານ Takeshi Iwaya ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ກໍປາດຖະໜາຢາກໃຫ້ ສປປ.ເກົາຫຼີ ສືບຕໍ່ ເຈລະຈາກ່ຽວກັບບັນຫາ ນິວເຄຼຍ.

ວັນທີ 2 ມິຖຸນາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Jeong Kyeong –doo, ທ່ານ Patrick Shanahan ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ  ແລະ ທ່ານ Takeshi Iwaya ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ໄດ້ດໍາເນີນການເຈລະຈາສາມຝ່າຍ ຢູ່ນອກກອງປະຊຸມຂັ້ນສູງຄວາມໝັ້ນຄົງ ອາຊີ (ກອງປະຊຸມ Shangri – La) ຢູ່ສິງກະໂປ ເພື່ອແນໃສ່ປຶກສາຫາລືກ່ຽວກັບ ບັນຫາ ສປປ.ເກົາຫຼີ ແລະ ບັນດາສິ່ງທ້າທາຍຄວາມໝັ້ນຄົງອື່ນອີກ.

        ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Jeong Kyeong ໃຫ້ຮູ້ວ່າ 3 ປະເທດໄດ້ປະຕິບັດສໍາເລັດເຮັດໃຫ້ ສປປ.ເກົາຫຼີ ມີການປ່ຽນແປງວິວັດທະນາການຂອງຕົນ. ທ່ານ ກໍຮຽກຮ້ອງບັນດາຄວາມມານະພະຍາຍາມລວມ ເພື່ອນໍາ ພຽງຢາງ ກັບຄືນສູ່ໂຕະເຈລະຈາ. ທ່ານ Takeshi Iwaya ລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ ກໍປາດຖະໜາຢາກໃຫ້ ສປປ.ເກົາຫຼີ ສືບຕໍ່ ເຈລະຈາກ່ຽວກັບບັນຫາ ນິວເຄຼຍ. ສ່ວນທ່ານ Patrick Shanahan ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ  ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ສະຫງວນບຸລິມະສິດໃຫ້ແກ່ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສາມຝ່າຍ.


ຕອບກັບ

ຂ່າວ/ບົດ​ອື່ນ