ອາເມລິກາ ຖອນກຸ່ມເຈລະຈາ ອອກຈາກ ປາກິດສະຖານ ຍ້ອນປະລາໄຊ
ໂຄສົກຂອງທຳນຽບ 5 ແຈ, ທ່ານ George Little
(ພາບ: ຈາກ ອີນເຕີເນັດ)
(vovworld) - ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ປະກາດວ່າ: ປະເທດນີ້ ຈະຖອນກຸ່ມເຈລະຈາ ອອກຈາກ ປາກິດສະຖານ ເພາະວ່າ 2 ຝ່າຍ ບໍ່ບັນລຸໄດ້ຂໍ້ຕົກລົງ ກ່ຽວກັບການເປີດເສັ້ນທາງຂົນສົ່ງເຊື້ອເພິງສຳຄັນ ເຂົ້າ ອາບການິດສະຖານ. ໂຄສົກຂອງທຳນຽບ 5 ແຈ, ທ່ານ George Little ໃຫ້ຮູ້ວ່າ: ນີ້ແມ່ນການຕັດສິນໃຈຂອງຝ່າຍ ອາເມລິກາ, ແລະ ສະມາຊິກໃນກຸ່ມ ເຈລະຈາບາງຄົນທີ່ ໄດ້ກັບຄືນເມືອປະເທດໃນທ້າຍອາທິດແລ້ວນີ້, ສ່ວນທີ່ຍັງເຫຼືອຈະຖອນອອກຈາກ ປາກິດສະຖານ ໃນໄລຍະອັນໃກ້ໆນີ້. ແຕ່ເຖິງຢ່າງໃດກໍຕາມ, ທ່ານ George Little ກໍໃຫ້ຮູ້ວ່າ: ອາເມລິກາ ຈະສືບຕໍ່ປຶກສາຫາລື ກັບຝ່າຍ ປາກິດສະຖານ ເພື່ອແກ້ໄຂບັນຫາທີ່ຍັງຕິດຂັດນີ້. ອຳນາດການປົກຄອງ Islamabad ໄດ້ປິດປະຕູ ເສັ້ນທາງຂົນສົ່ງເຊື້ອເພິງ ທີ່ໄປຜ່ານ ປາກິດສະຖານ ເຂົ້າເຂດດິນແດນຂອງ ອາບການິດສະຖານ ໃນເດືອນ 11/2011 ພາຍຫຼັງທີ່ເຮືອບິນ ບໍ່ມີຄົນຂັບລຳໜຶ່ງຂອງ ອາເມລິກາ ໄດ້ໂຈມຕີພິດພາດ ອັນໄດ້ເຮັດໃຫ້ ນັກຮົບ 24 ຄົນຂອງປະເທດນີ້ຖືກເສຍຊີວິດ ໃນບໍລິເວນ ມໍ່ກັບຊາຍແດນຂອງ ອາບການິດສະຖານ.