ອາເມລິກາ ທົດລອງລະບົບປ້ອງກັນຕົວລູກສອນໄຟ THAAD ປະສົບຜົນສໍາເລັດ

(VOVWORLD) -ເຫດທົດລອງດັ່ງກ່າວ ຖືກດໍາເນີນຢູ່ສະຖານທີ່ທົດລອງ Reagan ໃນໝູ່ເກາະ Marshall  ໃນວັນທີ 30 ສິງຫາ. ພາບຖ່່າຍປະກາດໃຫ້ເຫັນວ່າ ລູກສອນໄຟ THAAD ໄດ້ຍິງຖືກເປົ້າໝາຍ.

        ວັນທີ 31 ສິງຫາ, ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ປະກາດພາບຖ່າຍການທົດລອງ ລະບົບປ້ອງກັນລູກສອນໄຟໄລຍະບິນສູງໄລຍະສຸດທ້າຍ (THAAD). ນີ້ແມ່ນລະບົບລູກສອນໄຟ ໂດຍ ອາເມລິກາ ຈັດຕັ້ງຜັນຂະຫຍາຍຢູ່ ສ.ເກົາຫຼີ, ເຊິ່ງເປັນການກະທໍາຖືກບັນດາປະເທດໃນພາກພື້ນຄື ຈີນ, ສປປ.ເກົາຫຼີ ແລະ ລັດເຊຍ ຕໍາໜິຕິຕຽນ.      

        ຕາມແຜນການຂອງກະຊວງປ້ອງກັນປະເທດ ອາເມລິກາ ແລ້ວ, ເຫດທົດລອງດັ່ງກ່າວ ຖືກດໍາເນີນຢູ່ສະຖານທີ່ທົດລອງ Reagan ໃນໝູ່ເກາະ Marshall  ໃນວັນທີ 30 ສິງຫາ. ພາບຖ່່າຍປະກາດໃຫ້ເຫັນວ່າ ລູກສອນໄຟ THAAD ໄດ້ຍິງຖືກເປົ້າໝາຍ.

        ເຫດທົດລອງລູກສອນໄຟຂອງ ອາເມລິກາ ຖືກປະຕິບັດໃນສະພາບທີ່ ໜຶ່ງເດືອນຜ່ານມາ ສປປ.ເກົາຫຼີ ໄດ້ດໍາເນີນການທົດລອງ ວັດຖຸບິນ 7 ຄັ້ງ ເຊິ່ງ ຝ່າຍຕາເວັນຕົກຖືວ່າ ແມ່ນລູກສອນໄຟນໍາວິຖີໄລຍະສັ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ